秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາຄານຜູ້ໂດຍສານຂອງສະໜາມບິນສາກົນສຸວັນນະພູມຂອງໄທທີ່ຮັບເໝົາກໍ່ສ້າງໂດຍບໍລິສັດຈີນໄດ້ສ້າງສຳເລັດແລ້ວ

2021-05-17 11:43:02 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ອາ​ຄານ​ຜູ້​ໂດຍ​ສານ​ຂອງ​ສະ​ໜາມ​ບິນ​ສາ​ກົນສຸ​ວັນ​ນະ​ພູມ​ຂອງ​ໄທ​ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ຈີນ​ຈຳ​ກັດ ໄດ້​ສ້າງ​ສຳ​ເລັດ​ແລ້ວ ແລະ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ການກວດ​ກາ​ເພື່ອ​ມອບ​ໂຄງ​ການ.

ອາ​ຄານ​ຜູ້​ໂດຍ​ສານແຫ່ງ​ໃໝ່​ດັ່ງ​ກ່າວ ມີ​ເນື້ອ​ທີ່ 216.000 ຕາ​ແມັດ, ຍາວ 1.070 ແມັດ. ​ຕອນກາງ​ຂອງ​ອາ​ຄານມີ 4 ຊັ້ນ, ເຊິ່ງ​ດ້ານ​ຂ້າງ 2 ເບື້ອງ​ມີ 3 ຊັ້ນ, ເປັນ​ອາ​ຄານ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ໄທ ແລະ​ລັກ​ສະ​ນະສ​ະ​ໄໝ​ໃໝ່ປະ​ສົມ​ປະ​ສານ​ກັນ.

ຄຳ​ເຫັນ

0