秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂງານປະກວດຮູບເງົາສັ້ນການຮ່ວມມືມິດຕະພາບຈີນ-ອາຊຽນຄັ້ງທີ 2

2021-05-20 15:21:25 cri

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ສຳ​ຄັນ​ເພື່ອ​ລະຫຼອງ​ວັນສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ, ​ງານ​ປະ​ກວດຮູບ​ເງົາ​ສັ້ນ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ “ໂລກ​ໃນສາຍ​ຕາ​ຂອງ​ພວກ​ເຮົ​າ” ​ໄດ້​ໄຂ​ຂຶ້ນ​​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 19 ພຶ​ດ​ສະ​ພາ​ນີ້.

ທ່ານ​ເຕີ້ງ​ຊີ່​ຈູ່ນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ, ທ່ານ​ກັງ​ໂຟກ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽ​ນ ໄດ້​ເຂົ້າ​ຮ່ວມ ແລະ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ກິດ​ຈະ​ກຳ​ໃນ​ຄັ້ງ​ນີ້. ຜູ້​ຕາງ​ໜ້າ ແລະ​ເຈົ້າ​ໜ້າ​ທີ່​ການ​ທູດ​​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ອາ​ຊຽນ, ສື່ມວນ​ຊົນ​​ຈີນ​ແລະ​ຕ່າງ​ປະ​ເທດ ​ພ້ອມ​ທັງ​ສື່​ສັງ​ຄົມ​ອອນ​ລາຍ ຫຼາຍກວ່າ​ຮ້ອຍ​ທ່ານ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ໃນ​ຄັ້ງ​ນີ້.

ຄຳ​ເຫັນ

0