李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ຊ່ຽວ​ຊານ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ຈີນເດີນ​ທາງ​ກັບ​ຄືນ​ປະ​ເທດ​ຫຼັງ​ເຮັດ​ສຳ​ເລັດ​ໜ້າ​ທີ່​ຢູ່ປະ​ເທດ​ລາວ

2021-05-21 17:06:58 cri

ຫຼັງ​ຈາກ​ໄດ້​​ເຮັດສຳ​ເລັດ​ໜ້າ​ທີ່​ແລ້ວ, ໜ່ວຍ​ຊ່ຽວ​ຊານ​ການແພດ​ຕ້ານ​​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ສົ່ງ​ໄປ​ຊ່ວຍ​ເຫຼືອ​ປະ​ເທດລາວ​ນັ້ນ ໄດ້​​ເດີນ​ທາງກັບ​ຄືນ​ປະ​ເທດ​ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 18 ພຶ​ດ​ສະ​ພາ​ນີ້.

​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ແນະ​ນຳ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ລັດ​ຖະ​ບານ​ລາວ, ຈີນ​ໄດ້​ສົ່ງໜ່ວຍ​ຊ່ຽວ​ຊານ​ຕ້ານ​ພະ​ຍາດ​ໂຄວິດ-19 ໄປ​​ປະ​ເທດລາວ​ອີກ​ຄັ້ງ​ໜຶ່ງ​ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 4 ຫາ​ວັນ​ທີ 18 ພຶດ​ສະ​ພາ​ນີ້. ໃນ​ໄລ​ຍະ​ຢູ່​​ປະ​ເທດລາວ, ​ຜູ້ຊ່ຽວ​ຊານ​ຈີນ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ແລະ​ປະ​ສານ​ງານ​ກັບຝ່າຍ​ລາວ, ​ໄດ້​ໄປ​ເຄື່ອນ​ໄຫວເຮັດ​ວຽກ​ຢູ່ 5 ແຂວງ​ແລະ​ນະ​ຄອນ​ຂອງ​ລາວເພື່ອ​ດຳ​ເນີ​ນ​ການ​ສຳ​ຫຼວດ​ແລະ​ຄົ້ນ​ຄວ້າ, ຊ່ວຍ​ຝ່າຍ​ລາວ​ປັບ​ປຸງ​ກົນ​ໄກ​ປ້ອງ​ກັນ​ຄວບ​ຄຸມ​ແລະ​ສ້າງລະ​ບຽບ​ການ​ປິ່ນ​ປົວ​ໃຫ້​ສົມ​ບູນ​ຂຶ້ນ, ເຊິ່ງໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ໃນ​ລະ​ດັບ​ສູງ​ຈາກ​ຝ່າຍ​ລາວ, ຂໍ້​ສະ​ເໜີ​ທີ່​ກ່ຽວ​ຂ້ອງ​ກໍ່​ໄດ້​ຖືກ​ຝ່າຍ​ລາວ​​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ຈີນ​ກັບ​ລາວ​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ ທັງ​ເປັນ​ປີ​ມິດ​ຕະ​ພາບ​ຈີນ-ລາວ, ການທີ່​ປະ​ເທດຈີນ​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ໄປ​​ປະ​ເທດລາວ​ຢ່າງ​ຮີບ​ດ່ວນ, ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ປະ​ຊາ​ຄົມ​ຮ່ວມ​ຊ​າ​ຕາ​ກຳ​ຈີນ-ລາວ ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ເອົາ​ໃຈ​ໃສ່​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ອີກ​ຄັ້ງ​ໜຶ່ງ. ຈີນ​ຈະ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊ​າ​ຕາ​ກຳ​​ຂອງມວນ​ມະ​ນຸດ, ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19 ​​ແກ່​ປະ​ເທດ​ລາວ​ແລະ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນແຫ່ງ​ນີ້ ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ.

ຄຳ​ເຫັນ

0