何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສິງ​ກະ​ໂປ​ກ່າວ​ວ່າ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ສິງ​ກະ​ໂປບໍ່​ໄດ້​ຂະ​ຫຍາຍ​ວົງ​ກວ້າງ​ອອກ

2021-05-23 14:19:11 CRI

    ວັນ​ທີ 22 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ອອງ​ເຢ​ຄຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສິງ​ກະ​ໂປ​ກ່າວ​ວ່າ, ນັບ​ແຕ່​ການ​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ເຂັ້ມ​ງວດ​ຂຶ້ນຕື່ມ​ເມື່ອວັນ​ທີ 16 ພຶ​ດ​ສະ​ພາ​ນີ້​ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຢູ່​ປະ​ເທດ​ຕົນ​ໃນ​ແຕ່​ລະ​ມື້​ແມ່ນ​ຢູ່​​ລະ​ຫວ່າງ 20 – 30 ຄົນ, ບໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຮຸນ​ແຮງ. ທ່ານ​ເຫັນ​ວ່າ, ມາ​ຮອດ​ປະ​ຈຸ​ບັນ, ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ສິງ​ກະ​ໂປ​ບໍ່​ໄດ້​ຂະ​ຫຍາຍ​ວົງ​ກວ້າງ​ອອກ​ຕື່ມ, ແຕ່​ກໍ​ຍັງ​ຕ້ອງ​ການ​ຮັບ​ມື​ຢ່າງ​ລະ​ມັດ​ລະ​ວັງ. ທ່ານ​ຍັງ​ເຕືອນ​ໃຫ້​ພົນ​ລະ​ເມືອງ​ຢ່າຫຼົງ​ເຊື່ອ​ຂ່າ​ວ​ລື​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຕ້ອງ​ໃສ່​ຜ້າ​ປິດປາກ​ເພື່ອ​ປ້ອງ​ກັນ​ຕົວ​ເອງ, ທ່ານ​​ອອງ​ເຢ​ຄຸງກ່າວ​ຕື່ມ​ວ່າ, ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຈຸດ​ພິ​ເສດ​ທີ່​ເຊື້ອ​ພະ​ຍາດ​ໂຄ​ວິດ-19 ​ມັກ​ແຜ່​ລະ​ບາດ​ໃນ​ສະ​ຖານ​ທີ່​ໃນ​ຮົ່ມ, ລັດ​ຖະ​ບານ​ສິງ​ກະ​ໂປ​ຈຶ່ງ​ຕົກ​ລົງ​ຫ້າມ​ການ​ຮັບ​ປະ​ທານ​ອາ​ຫານ​ຢູ່​ໃນ​ຮ້ານ. ຫວັງ​ວ່າ​​ຈະ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ທີ່​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໃຫ້​ໄດ້, ແລະ​ຮຽກ​ຮ້ອງ​ໃຫ້​ພົນ​ລະ​ເມືອງ​ຈົ່ງ​ໃຫ້​ການ​ຮ່ວມ​ມື​ຢ່າງ​ສຸດ​ຂີດ, ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0