吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​ໂຄວິດ-19ເຮັດ​ໃຫ້​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ໂຮງ​ແຮມ​ມະ​ເລ​ເຊຍປະ​ສົບ​ຄວາມສາຍ​ຫາຍ​​ຢ່າງ​ໜັກ​ໜ່ວງ

2021-05-23 17:06:28 CRI

ພະ​ຍາດ​ໂຄວິດ-19ເຮັດ​ໃຫ້​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ໂຮງ​ແຮມ​ມະ​ເລ​ເຊຍປະ​ສົບ​ຄວາມສາຍ​ຫາຍ​​ຢ່າງ​ໜັກ​ໜ່ວງ_fororder_1127479957_16216920872551n


    ວັນ​ທີ 23 ພຶດ​ສະ​ພາ​ນີ້, ສະ​ມາ​ຄົມ​ຂະ​ແໜງ​ການ​ໂຮງ​ແຮມ​ມະ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ມະ​ເລ​ເຊຍ​​ສ້າງ​ແຜນ​ການ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໄລ​ຍະ​ຍາວ ແລະ ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ໂຮງ​ແຮມ.


    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ສາ​ມາດ​ເວົ້າ​ໄດ້​ວ່າ ຂະ​ແໜງ​ການ​ທ່ອງ​ທ່ຽວ​ ແລະ ໂຮງ​ແຮມ​ແມ່ນ​ໜຶ່ງ​ໃນ​ຂະ​ແໜງ​ການ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​​ໜັກ​ໜ່ວງ​ທີ່​ສຸ​ດ​ຍ້ອນ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19, ຈົນ​ຮອດ​ປັດ​ຈຸ​ບັນ​ຍັງ​ບໍ່​​ມີ​ສັນ​ຍານ​ການ​ຟື້ນ​ຟູ​ເລີຍ. ຂະ​ແໜງ​ການ​ທ່ອງ​ທ່ຽວ ແລະ ໂຮງ​ແຮມ​ອາດ​ຈະ​​ທົນ​ຕໍ່​ໄປບໍ່​ໄດ້​ອີກ, ເພາະ​ວ່າ​ການ​ຢູ່​ລອດ​ຂອງຂະ​ແໜງ​ການ​​ດັ່ງ​ກ່າວ​ແມ່ນ​ຂຶ້ນ​ຢູ່​ກັບ​ສະ​ພາບ​ການ​ຄວບ​ຄຸມ​ພະ​ຍາດ​ຂອງ​ທ້ອງ​ຖິ່ນ​ໃນ​ລະດັບ​ສູງ​ສົມ​ຄວນ, ກໍ່​ຄື​ຈະຜ່ອນ​ຜັນ​ຂໍ້​ຈຳ​ກັດ​ຕໍ່​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ມະ​ເລ​ເຊຍ ຈົນ​ຮອດ​ການ​ທ່ອງ​ທ່ຽວ​ສາ​ກົນ​ຫຼື​ບໍ່.

 

    ສະ​ມາ​ຄົມ​​ດັ່ງ​ກ່າວ​ຍັງ​ກ່າວ​ວ່າ, ນັບ​ແຕ່​ວັນ​ທີ 18 ມີ​ນາ​ປີ 2020​ເປັນ​ຕົ້ນ​ມາ ປະ​ລິ​ມານທຸ​ລະ​ກິດ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ ແລະ ໂຮງ​ແຮມ​ຂອງ​ມະ​ເລ​ເຊຍ​ໄດ້​ຫຼຸດ​ລົງ 80%, ພຽງ​ແຕ່​ໃນ​ຂົງ​ເຂດ​ໂຮງ​ແຮມ​ກໍ່​ໄດ້ປະ​ສົບ​ຄວາມ​ເສຍ​ຫາຍ​ຫຼາຍກວ່າ 6,53 ຕື້ລິງ​ກິດ​ໃນ​ປີ 2020. ນອກ​ນີ້, ສະ​ມາ​ຄົມ​ດັ່ງ​ກ່າວ​ຍັງ​ຄາດ​ວ່າ​ ຂະ​ແໜງ​ກາ​ນ​​ທ່ອງ​ທ່ຽວ ແລະ ໂຮງ​ແຮມ​ຈະ​ຂາດ​ທຶນ​ຫຼາຍກວ່າ​ອີກ​ໃນ​ປີ 2021.

ຄຳ​ເຫັນ

0