尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ມາ​ເລ​ເຊຍກ່າວ​ວ່າ: ​ປະ​ເທດ​ຕົນ​ສາ​ມາດ​ສະ​ໜອງວັກ​ຊີນ​ໂຄວິດ-19 ​ໃຫ້​ກັບ​ປະ​ຊາ​ຊົນ​ຢ່າງ​ພຽງ​ພໍ​ແລະ​ທັນ​ເວ​ລາ

2021-05-24 15:17:34 cri

      ຕອນ​ຄ່ຳ​ວັນ​ທີ 22 ພຶດ​ສະ​ພາ​ນີ້, ທ່ານ ມູ​ຮີ​ດິນ ໂມ​ຮາມ​ມັດ ຢາ​ຊີນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ແຫ່ງ​ຊາດ​ມາ​ເລ​ເຊຍ​ວ່າ: ຄຽງ​ຄູ່​ກັບ​ສະ​ພາບ​ການ​ສະ​ໜອງວັກ​ຊີນ​ໂຄວິດ-19 ຢູ່​ປະ​ເທດ​ຕົນ​ມີ​ຄວາມ​ໝັ້ນ​ທ່ຽງ, ປະ​ຊາ​ຊົນ​ກໍ​ໄດ້​ເລີ່ມ​ສັກ​ວັກ​ຊີນ​ຈຳ​ນວນ​ຫຼວງ​ຫຼາຍ, ມາ​ເລ​ເຊຍ​ມີ​ຫວັງ​ຈະ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ພູມ​ຕ້ານ​ທານ​ລວມ​ໝູ່​ກ່ອນ​ທ້າຍ​ປີ​ນີ້, ຄື​ທົ່ວ​ປະ​ເທດ​ມີປະ​ຊາ​ກອນ​ຢ່າງ​ໜ້ອຍ 80%​ ຈະສາ​ມາດ​ສັກ​ວັກ​ຊີນ​ໄດ້​ທັນ​ເວ​ລາ.
 

      ອີງ​ຕາມ​ແຜນ​ການ​ທີ່​ລັດ​ຖະ​ບານ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ກ່ອນ​ໜ້າ​ນີ້, ການ​ສັກ​ວັກ​ຊີນ​ໂຄວິ​ດ-19 ຢູ່​ປະ​ເທດ​ດັ່ງ​ກ່າວ​ແບ່ງອອກ​ເປັນ 3 ໄລ​ຍະ​ຄື: ໄລ​ຍະ​ທີ​ໜຶ່ງ​ແມ່ນ​ສັກ​ວັກ​ຊີນ​ໃຫ້ແພດ​ໝໍ​ແລະ​ພະ​ຍາ​ບານ​ກໍ​ຄື​ພະ​ນັກ​ງານ​ທີ່​ປະ​ຕິ​ບັດ​ວຽກ​ງານ​ຢູ່​ແນວ​ໜ້າ​ໃນດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄລ​ຍະ​ທີ​ສອງ​ແມ່ນ​ປະ​ຊາ​ກອນ​ທີ່​ມີ​ອາ​ຍຸ​ສູງ​ແລະ​ກຸ່ມ​ຄົນ​ທີ່​ມີຄວາມ​ສ່ຽງ​ສູງ​ໃນ​ການ​ຕິດ​ເຊື້ອ​ໂຄວິດ-19, ໄລ​ຍະ​ທີ​ສາມ​ແມ່ນ​ຜູ້​ໃຫຍ່​ທີ່​ມີ​ອາ​ຍຸແຕ່ 18 ປີ​ຂຶ້ນ​ໄປ. ເຊິ່ງ​ແຜນ​ການ​ດັ່ງ​ກ່າວ​ຈະ​ກວມ​ປະ​ຊາ​ກອນ​ທັງ​ໝົດ​ຂອງ​ມາ​ເລ​ເຊຍ​ຢ່າງ​ໜ້ອຍ 80%, ຄາດ​ວ່າ​ຈະ​​ສັກ​ວັກ​ຊີນ​ໃຫ້​ກຸ່ມ​ຄົນ​ເຫຼົ່າ​ນີ້​ສຳ​ເລັດ​ພາຍໃນ​ເດືອນ​ກຸມ​ພາ​ປີ 2022.

ຄຳ​ເຫັນ

0