吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ມາ​ເລ​ເຊຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຈົ່ງ​ໃຫ້​ການ​ຮ່ວມ​ມື​ແກ່​ລັດ​ຖະ​ບານ​ເພື່ອ​ຕ້ານ​ພະ​ຍາດ​ໂຄ​ວິດ-19

2021-05-24 11:25:17 cri

    ຕອນ​ຄ່ຳ​ວັນ​ທີ 23 ພຶດ​ສະ​ພານີ້, ທ່ານ ມູ​ຮີ​ດິນ ໂມ​ຮາມ​ມັດ ຢາ​ຊິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ຈົ່ງ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ “ກັກ​ບໍ​ລິ​ເວນ​ຕົນ​ເອງ” ທັງ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ​ເພື່ອ​ຄວບ​ຄຸມ​ ​ຈຳ​ນວນ​ຜູ້​ຕິດເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ສູງ​ຂຶ້ນ​ໃນຫຼາຍມື້ມໍ່ໆ​ມານີ້ນັ້ນ ໃຫ້ຫຼຸດ​ລົງ.

    ໃນ​ເວ​ລາ​ໃຫ້​ສຳ​ພາດ​ພິ​ເສດ​ແກ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດມາ​ເລ​ເຊຍ, ທ່ານ ມູ​ຮີ​ດິນ ກ່າວ​ວ່າ, ຖ້າ​ຫາກ​ປະ​ຊາ​ຊົນ​ບໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຢ່າງ​ເຂັ້ມ​ງວດ, ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຂອງ​ລັດ​ຖະ​ບານ ກໍ​ຈະຫຼົ້ມ​ເຫຼວ​.

    ທ່ານ ມູ​ຮີ​ດິນ ກ່າວ​ຕື່ມ​ວ່າ​: “ເວົ້າ​ສຳ​ລັບ​ທ່ານ​ເອງ ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມາ​ເລ​ເຊຍ​ແລ້ວ, ການ​ປິດ​ເມືອງ​ຮອບ​ດ້ານ ແມ່ນ​ວິ​ທີ​ທີ່ດີ​ທີ່​ສຸດ ໃນ​ການ​ຕັດ​​ຊ່ອງ​ທາງ​ຂອງ​ການແຜ່​ລະ​ບາດ​ຂອງ​ໄວ​ຣັດ​ຢ່າງ​ບັງ​ເກີດ​ຜົນ, ແຕ່​ວິ​ທີນີ້ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ແຫ່ງ​ຊາດ​ຢ່າງ​ໜັກ​ໜ່ວງ ທັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນຳ​ອີກ.”

    ຕາມ​ຂ່າວ​ແຈ້ງວ່າ: ຍ້ອນ​ວ່າ​ພະ​ຍາດ​ໂຄວິດ-19 ຮ້າຍ​ແຮງ​ຂຶ້ນ​ຄືນ​ໃໝ່, ປັດ​ຈຸ​ບັນ, ມາ​ເລ​ເຊຍ​ຈຶ່ງ​ໄດ້​ປະ​ຕິ​ບັດ​ຄຳ​ສັ່ງ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ໂດຍ​ໄດ້​ປິດ​ໂຮງ​ຮຽນ, ຫ້າມ​ນັ່ງ​ກິນ​ອາ​ຫານ​ຢູ່​ຕາມ​ຮ້ານ​ຕ່າງໆ; ແຕ່​ບໍ​ລິ​ສັດ​ແລະ​ຮ້ານ​ຄ້າ​ຕ່າງໆ ຍັງ​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​​ຕາມ​ປົກ​ກະ​ຕິ.

    ມາ​ຮອດ​ວັນ​ທີ 23 ພຶດ​ສະ​ພານີ້, ຢູ່​ມາ​ເລ​ເຊຍ ໄດ້​ພົບ​ຜູ້​ຕິດ​ພະ​ຍາດ​ໂຄວິດ-19 ລວມ​ທັງ​ໝົດຫຼາຍກວ່າ 5 ແສນ 1 ໝື່ນ​ກໍ​ລະ​ນີ, ໃນ​ນັ້ນ ເສຍ​ຊີ​ວິດ​ແລ້ວ 2248 ຄົນ.

ຄຳ​ເຫັນ

0