何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ປັບ​ຈັງ​ຫວະການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ 1 ປີ​ນີ້​ເພີ່ມ​ຂຶ້ນ

2021-05-25 15:44:28 CRI

ວັນ​ທີ 25 ພຶດ​ສະ​ພາ​ນີ້, ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສິ​ງ​ກະ​ໂປ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ຜົນ​ການ​ສຳຫຼວດ​ເສດ​ຖະ​ກິດ​ ໂດຍ​ໄດ້ປັບ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງGDPໃນ​ໄຕ​ມາດ​ທີ 1 ປີ​ນີ້​ຈາກ 0,2% ທີ່​ຄາດ​ຄະ​ເນ​ໃນ​ເມື່ອ​ກ່ອນ ຂຶ້ນ​ເປັນ 1,3%.

 

ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສິ​ງ​ກະ​ໂປກ່າວ​ວ່າ, ຍ້ອນ​ວ່າ​ສະ​ພາບ​ແວດ​ລ້ອມດ້ານ​ເສດ​ຖະ​ກິດ​ມີ​ຄວາມ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນ, ທ່ວງ​ທ່າ​ທີ່​ເສດ​ຖ​ະກິດ​ດີ​ຂຶ້ນ ແລະ ຄວາມ​ສ່ຽງ​ທີ່​ເສດ​ຖະ​ກິດ​ຈະ​ຊຸດ​ໂຊມ​ລົງ​ມີ​​ຄວາມ​ເປັນ​ໄປ​ໄດ້​ສ່ຳໆ​ກັນ, ສະ​ນັ້ນ, ຈຶ່ງ​ໄດ້​ຮັກ​ສາ​ການ​ຄາດ​ຄະ​ເນ​ທີ່​ເສດ​ຖະ​ກິດ​ຕະຫຼອດ​ປີ 2021 ຈະ​ເພີ່ມ​ຂຶ້ນ 4% ຫາ 6%ນັ້ນ​ບໍ່​ປ່ຽນ​ແປງ.

 

ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ -19  ແລະ ສາ​ເຫດ​ອື່ນໆ, ປີ 2020 ເສດ​ຖະ​ກິດ​ສິງ​ກະ​ໂປ​ໄດ້​ຊຸດ​ໂຊມ​ລົງ 5,4%.

 

ຄຳ​ເຫັນ

0