徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແພດ​ທະ​ຫານຂອງກອງ​ທັບ​ຈີນຊຸດ​ທີ 5 ທີ່​ໄປ​ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ໄດ້​ເດີນ​ທາງ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​​ແລ້ວ

2021-05-28 11:29:45 cri

ຕາ​ມ​ຂ່າວCRI:ວັນ​ທີ 25 ພຶດ​ສະ​ພາ​ນີ້, ​ຄະ​ນະ​ຜູ້ຊ່ຽວ​ຊານ​​ໜ່ວຍ​ງານການ​ປິ່ນ​ປົວ​​ຊຸດທີ 5 ຂອງ​ໂຮງ​ໝໍສຳ​​ເລກ 1 ທີ່​ຂຶ້ນ​ກັບມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ​​ທະ​ຫານ​ຂອງກອງ​ທັບ​ອາ​ກາດກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທີ່ຈະ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອ​ໂຮງ​ໝໍ​ 103 ຂອງ​ປະ​ເທດ​ລາວ​ໄດ້​ເດີນ​ທາງ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວແລ້ວ, ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ລາວ​ເປັນ​ເວ​ລາ 6 ເດືອນ. ໜ່ວຍ​ງານ​ແພດ​ທະ​ຫານ​ທີ່​ຊ່ວຍ​ເຫຼືອ​ລາວຄັ້ງ​ນີ້​ລວມ​ມີ 10 ຄົນ.

 

ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ, ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງສອງກອງ​ທັບ​ຈີນ-ລາວ​ໃຫ້​ເຂົ້າ​ສູ່​ລວງ​ເລິກກວ່າ​ເກົ່າ, ເພື່ອຍົກ​ສູງ​ຄວາ​ມ​ສາ​ມາດດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງກອງ​ທັບປະ​ຊາ​ຊົນ​ລາວ, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ສົ່ງ​ໜ່ວຍ​ແພດ​ທະ​ຫານ​ໄປ​ຊ່ວຍ​ເຫຼືອໂຮງ​ໝໍ​ 103 ຂອງ​ລາວ​ຢ່າງ​ຕໍ່​ເນື່ອງ, ໜ່ວຍ​ງານ​ແພດ​ທະ​ຫານ​ທີ່​ໄປຊ່ວຍ​ເຫຼືອ​ລາວ​ໄດ້​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆ​ເຊ່ນ: ການ​ຮັກ​ປະ​ກັນ​ດ້ານ​ການ​ປິ່ນ​ປົວ, ການ​ເຝິກ​ອົບ​ຮົມ​ກ່ຽວ​ກັບ​ການ​ປິ່ນ​ປົວ, ການ​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ, ໃຫ້​ຄຳ​ແນະ​ນຳດ້ານ​​ວິ​ທະ​ຍາ​ສາດການ​ແພດ, ການ​​ປິ່ນ​ປົວ​ສັນ​ຈອນ​ໂດຍ​ບໍ່​ເກັບ​ຄ່າ​ແລະ​ກິດ​ຈະ​ກຳ​ອື່ນໆ. ພາຍ​ໃຕ້​ສະ​ພາບ​ການ​ຂອງ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19​, ໜ່ວຍ​ງານ​ແພດ​ທະ​ຫານ​ຊຸດ​ທີ 5 ຈະ​ສືບ​ຕໍ່​ນຳ​ໃຊ້​ຄວາມ​ຮູ້​ດ້ານ​ວິ​ຊາ​ການ, ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍຄວາມ​ຮັບ​ຜິດ​ຊອບ, ​ເອົາ​ໃຈ​ໃສ່​ປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ລາວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​ຈີນ-ລາວ.

 

 

ຄຳ​ເຫັນ

0