黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ອະ​ນຸ​ມັດ​ວັກ​ຊີນ​ຕ້ານ​ໂຄວິດ-19 ທີ່​ຜະ​ລິດ​ໂດຍບໍ​ລິ​ສັດ​ຊິນ​ໂນ​ຟາມ​ຈີນ​​ໃຫ້ລົງ​ລະ​ບຽນ​ຢູ່​ໄທ

2021-05-29 15:14:29 cri

ວັນ​ທີ 28 ພຶດ​ສະ​ພາ​ນີ້, ກົມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢຸກ​ຢາ​ໄທ​ປະ​ກາດ​ວ່າ​​ໄດ້ອະ​ນຸ​ມັດວັກ​ຊີນ​ຕ້ານ​ໂຄວິດ-19 ທີ່​ຜະ​ລິດ​​ໂດຍບໍ​ລິ​ສັດ​ຊິນ​ໂນ​ຟາມ​ຈີນ​ໃຫ້​ລົງ​ລະ​ບຽນ​ຢູ່​ໄທ​ແລ້ວ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້, ເລ​ຂາ​ທິ​ການກົມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢຸກ​ຢາ​ໄທກ່າວ​ວ່າ: ໃບ​ຮ້ອງ​ຂໍ​ລົງ​ທະ​ບ​ຽນ​ວັກ​ຊີນຂອງ​ບໍ​ລິ​ສັດ​ຊິນ​ໂນ​ຟາມ​ໄດ້​ຮັບ​​ການອະ​ນຸ​ມັດ​ແລ້ວ, ວັກ​ຊິນ​ດັ່ງ​ກ່າວ​ຕ້ອງ​ສັກ​ 2 ​ເຂັມ, ​ລະ​ຫວ່າງ 2 ເຂັມ​ຄວນ​ຫ່າງ​ກັນ21 ວັນ​ຫາ 28 ວັນ.

ກ່ອນ​ໜ້າ​ນີ້​ກົມ​ຄຸ້ມ​ຄອງອ​າ​ຫານ​ແລະ​ຢຸກ​ຢາ​ໄທ​ໄດ້​ອະ​ນຸ​ມັດ​ວັກ​ຊີນ​ຕ້ານ​ໂຄວິດ-19 4 ຊະ​ນິດ​ໃຫ້​ນຳ​ໃຊ້​ຢູ່​ໄທ​ໂດຍ​ສຸກ​ເສີນ, ລວມ​ທັງ​ວັກ​ຊີນ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ຮ່ວມ​ໂດຍ​ບໍ​ລິ​ສັດ Astra Zeneca ​ອັງ​ກິດແລະ​ມະ​ຫາ​ວິ​ທະ​ຍາ​ໄລ​  Oxfor, ວັກ​ຊີນ​ຂອງ​ບໍ​ລິ​ສັດ​ຊິນ​ໂນ​ວັກ, ວັກ​ຊີນ​ຂອງ​ບໍ​ລິ​ສັດ​ຈອນ​ສັນ​ແລະ​ຈອ​ນ​ສັນ ແລະ​ວັກ​ຊີນ​ຂອງ​ບໍ​ລິ​ສັດ Moderna ຂອງ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0