尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 105 ຢ່າງ​ຈົບ​ງາມ

2021-05-29 16:53:30 cri

      ເວ​ລາ 13 ໂມງ​ຂອ​ງວັນ​ທີ 28 ພຶດ​ສະ​ພາ​ນີ້, ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 105 ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບ​ງາມ, ເຮືອ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ 4 ລຳ​ທີ່​ເຂົ້າ​ຮ່ວມ​ການ​ລາດ​ຕະ​ເວນ​ຄັ້ງ​ນີ້​ໄດ້​ເດີນ​ເຮືອ​ກັບ​ຄືນ​ທ່າ​ເຮືອ​ກ່ວນ​ເຫຼີຍ​ຂອງ​ຈີນ​ຢ່າງ​ສະ​ດວກ.
 

      ​ໂດຍ​ແນ​ໃສ່ສະ​ຖາ​ນະ​ການ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ລ້ອງແມ່​ນ້ຳ​ຂອງໃນ​ປັດ​ຈຸ​ບັນ, ໜ່ວຍ​ລາດ​ຕະ​ເວນ​ໄດ້​ຈັດ​ຕັ້ງ​ດຳ​ເນີນ​​ການ​ຝຶກ​ຊ້ອມ​ຮ່ວມກວດ​ກາ​ແລະ​ປາບ​ປາມ​ການ​ຄ້າ​ຂາຍ​ເຖື່ອນ​ທາງນ້ຳ,ເພີ່ມຄວາມ​ສາ​ມາດ​ດ້ານ​ການ​ປະ​ສານ​ສົມ​ທົບ​ແລະ​ການ​ປະ​ສານ​ງານກັນ​ຂອງ​ພະ​ນັກ​ງານ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ບັນ​ດາ​ຝ່າຍ​ຕື່ມ​ອີກ, ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​​ຊາດປະ​ເພດ​ຕ່າງໆ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

      ຂ່າວ​ແຈ້ງວ່າ: ໃນ​ໄລ​ຍະ​ການ​ລາດ​ຕະ​ເວນ​ຄັ້ງ​ນີ້, ຈີນ​ຍັງ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ​ຕ່າງໆ​​ແກ່​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ 3 ປະ​ເທດ​: ລາວ,ມຽນ​ມາ​ແລະ​ໄທເຊັ່ນ: ຜ້າ​ປິດ​ປາກ​ທີ່​ໃຊ້​ທາງ​ການ​ແພດ,ຊຸດ​ປ້ອງ​ກັນ​ພະ​ຍາດ,​ນ້ຳຢາ​ດັບ​ເຊື້ອ​ແລະ​ອື່ນໆ. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ 3 ປະ​ເທດ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ກ່າວ​ວ່າ: ຈະ​ໃຊ້​ວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ​ທີ່​ຈີນ​ຊ່ວຍ​ເຫຼືອ​ເຫຼົ່າ​ນີ້​ເຂົ້າ​ໃນ​ແນວ​ໜ້າ​ຂອງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ການ​ຢູ່​ຍາມ, ເພີ່ມ​​ຄວາມ​ເຂັ້ມ​ງວດ​ໃນ​ການ​ລາດ​ຕະ​ເວນ,ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ຢ່າງ​ຕໍ່​ເນື່ອງ,ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ຄວາມ​ໝັ້ນ​ຄົງ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ.

ຄຳ​ເຫັນ

0