黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ກິ​ລາ​ໂອ​ລິມ​ປິກ​ຟີ​ລິບ​ປີນ​ໄດ້​ສັກ​ວັກ​ຊີນ​ຂອງ​ຈີນແລ້ວ

2021-05-29 15:23:05 cri

ວັນ​ທີ 28 ພຶດ​ສະ​ພາ​ນີ້, ຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ຟີ​ລິບ​ປີນ​ໄດ້​ສັກ​ວັກ​ຊີນ​ຕ້ານ​ໂຄວິດ-19 ທີ່​ຜະ​ລິດໂດຍ​ບໍ​ລິ​ສັດ​ຊິນ​ໂນ​ວັກ​ຂອງ​ຈີນ​ໃຫ້​ນັກ​ກິ​ລາ​ຟິ​ລິບ​ປີນ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ.

ໃນ​ມື້​ດັ່ງ​ກ່າວ​ມີ​ນັກ​ກິ​ລາ​ຟີ​ລິບ​ປີນ​ປະ​ມານ 700 ຄົນ​ໄດ້​ສັກ​ວັກ​ຊີນ, ລວມ​ທັງ​ນັກ​ກິ​ລາ​ຫຼາຍ​ສິບ​ຄົນ​ທີ່​ໄດ້​ສິດເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ແລະ​ນັກ​ກິ​ລາ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ເຟັ້ນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ, ​ພ້ອມ​ດ້ວຍນັກ​ກິ​ລາ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​​ຊີເກມ​ໃນ​ປີ​ນີ້.

ທ່ານ ​​ວິນ ​ດີ​ຊອນ ຮອງ​ຜູ້​ປະ​ສານ​ງານ​ໃຫຍ່ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ຟີ​ລິບ​ປີນ​ກ່າວ​ວ່າ: ການ​​ສັກ​ວັກ​ຊີນ​ໃຫ້​ແກ່​ນັກ​ກິ​ລາ​ທັງ​ຫຼາຍ, ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ປົກ​ປ້ອງ​ນັກ​ກິ​ລາ. ຂອບ​ໃຈ​ຈີນທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານວັກ​ຊີນ​ຕ້ານ​ໂຄວິດ-19 ຢ່າງ​ທັນ​ການ, ເຊິ່ງ​ເປັນ​ການຮັບ​ປະ​ກັນ​ໃຫ້​ຟີ​ລິບ​ປີນ​ສາ​ມາດ​ປະ​ຕິ​ບັດ​ໂຄງ​ການ​ສັກ​ວັກ​ຊີນ​​ໄດ້ຢ່າງ​ສະ​ດວກ.

ຄຳ​ເຫັນ

0