蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີ​ເປີດກິດ​ຈະ​ກຳ​ປີ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຈີນ-ອາ​ຊຽນ 2021 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2021-05-31 15:21:39 CRI

ວັນ​ທີ 28 ພຶດ​ສະ​ພາ​ນີ້, ພິ​ທີ​ເປີດກິດ​ຈະ​ກຳ​ປີ​ການ​ຮ່ວມ​ມື​​ເພື່ອ​ການ​ພັດ​ທະ​ນາແບບ​ຍືນ​ຍົງ​ຈີນ-ອາ​ຊຽນ 2021 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ໂດຍ​ມີ​ທູ​ຕາ​ນຸ​ທູດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ, ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ ແລະ ຜູ້​ແທນ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ 80 ກວ່າ​ຄົນ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ກ່າວ​ເນັ້ນ​ວ່າ: ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກັບ​ອາ​ຊຽນ, ນັບ​ແຕ່​ຈີນ​ແລະ​ອາ​ຊຽນ​ໄດ້​ສ້າງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ 30 ກວ່າ​ປີ​ມາ​ນີ້, ​​ໄດ້​ມີການ​ແລກ​ປ່ຽນ ແລະ ຮ່ວມ​ມື​ລະ​ຫວ່າງສອງ​ຝ່າຍ​ ໃນ​ຂົງ​ເຂດ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕ່າງໆ ເຊັ່ນ: ​ການອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ການ​ກູ້​ໄພ ແລະ ຫຼຸດ​ຜ່ອນ​ໄພ​ພິ​ບັດ, ການ​ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ອື່ນໆ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ແລະ​ຂອບ​ການ​ດຳ​ເນີນ​ງານ​ດ້​ານ​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ​ຮູບ​ແບບ​ໃໝ່​ໃຫ້​ດີ, ປະ​ກອບ​ສ່ວນໃໝ່​ໃຫຍ່ຫຼວງກວ່າ​ເກົ່າ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ.

ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ປະ​ກອບ​ຄຳ​ເຫັນ​ວ່າ: ຫວັງ​ວ່າ, ​ສອງ​ຝ່າຍຈະ​ຖື​ເອົາ​ກິດ​ຈະ​ກຳ​ຄັ້ງ​ນີ້​ເປັນ​ຈຸດ​ເລີ່ມ​ໃໝ່​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ຄົ້ນ​ຄວ້າ​ຊ່ອງ​ທາງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຄຳ​ເຫັນ

0