蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອປະ​ເທດ​ລາວ​​ສາ​ມາດ​ຟື້ນ​ຟູຈາກ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້​ແລ້ວ ກໍ​ຈະ​ພົບ​ກັບ​ໂອ​ກາດ​ການ​ພັດ​ທະ​ນາ​ໃໝ່​ຢ່າງ​ແນ່ນອນ

2021-05-31 15:22:56 CRI

ໃນ​ໜຶ່ງ​ປີກວ່າ​ຜ່ານ​ມາ, ຍ້ອນ​ວ່າ​ສາ​ມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄວ້ໄດ້​ຢ່າງ​ຖືກ​ຕ້ອງ, ການ​ຜະ​ລິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​​ຈິ່ງໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ບໍ່ຫຼາຍ​ປານ​ໃດ, ແຕ່​ວ່າ​ພະ​ຍາດ​ໂຄວິດ-19 ໄດ້​ລະ​ບາດ​ຄືນ​ອີກ​ຮອບ​ໃໝ່​ແຕ່​ທ້າຍ​ເດືອນ​ເມ​ສາ​ຜ່ານ​ມາ​ນີ້, ເຮັດ​ໃຫ້​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ລາວ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ໄລ​ຍະ​​ຊົ່ວ​ຄາວ.

ພາຍ​ຫຼັງ​ພະ​ຍາດ​ໄດ້​ລະ​ບາດ​ຂຶ້ນ​ອີກ​ຮອບ​ໃໝ່​ແລ້ວ, ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ສົ່ງ​ວັກ​ຊິນ​ໂຄວິດ-19 ຈຳ​ນວນ 3 ແສນຫຼອດ ແລະ ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອື່ນໆ​ໄປ​ເຖິງ​ປະ​ເທດ​ລາວ​ໂດຍ​ດ່ວນ; ໃນ​ຂະ​ນະ​ດຽວ​ກັນ, ໜ່ວຍ​ງານຊ່ຽວ​ຊານ​ການ​ແພດ​ຈີນ​ກໍ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້ ແລະ ໄດ້​ຊ່ວຍ​ຝ່າຍ​ລາວ​ປັບ​ປຸງ​​ແຜນ​ຕ່າງໆ ເຊັ່ນ: ການຄົ້ນ​ຫາແຫຼ່ງກຳ​ເນີດ​ຂອງ​ພະ​ຍາດ​​ຕິດ​ແປດ, ​ການ​ຄຸ້ມ​ຄອງ​ຄຸ້ມ​ຊຸມ​ຊົນ ແລະ ອື່ນໆ ໂດຍ​ອີງ​ຕາ​ມ​ສະ​ພາບ​ຄວາມ​ເປັນ​ຈິງ​​ຂອງປະ​ເທດ​ລາວ ເຊິ່ງ​ໄດ້​ຊ່ວຍ​ຍົກ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ແບບ​ສັງ​ລວມ​ຂອງ​ຝ່າຍ​ລາວ​ໃຫ້​ສູງ​ຂຶ້ນຕື່ມ.

ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ລັດ​ຖະ​ບານ​ລາວ​ໄດ້​ວາງ​ມາ​ດ​ຕະ​ການ​ປິ​ດ​ເມືອງ​ທີ່​ເຂັ້ມ​ງວດ, ດຳ​ເນີນ​ການ​ຄວບ​ຄຸມ​​ເຂດ​ທີ່​ມີ​ຄ​ວາມ​ສ່ຽງ​ສູງ ແລະ ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ ເຊັ່ນ: ສ້າງ​ໂຮງ​ໝໍ​ພາກ​ສະ​ໜາມ, ຫ້າມ​ບໍ່​ໃຫ້​ຈັດ​ງານ​ຊຸມ​ແຊວ​ກັນ, ແຈ້ງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ປະ​ຈຳ​ວັນ, ຄົ້ນ​ຫາ​ທຸກ​ກໍ​ລະ​ນີ​ທີ່ພະ​ຍາດ ແລະ ແຍກ​ປ່ຽວ​ເພື່ອ​ປິ່ນ​ປົວ ເຫຼົ່າ​ນີ້​ເປັນ​ຕົ້ນ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ທີ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ, ພ້ອມ​ທັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ຈາກ​ຝ່າຍ​ຈີນ, ປະ​ເທດ​ລາວ​​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ບັງ​ເກີດ​ຜົນ.

ໃນ​ໜຶ່ງ​ອາ​ທິດ​ຜ່ານ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຢູ່ຫຼາຍ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂອງ​ລາວ​ໄດ້ຫຼຸດ​ລົງ​ຈົນ​ເປັນ 0, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ໃນ​ທົ່ວ​ປະ​ເທດ​ລາວ​ກໍ​ໄດ້ຫຼຸດ​​ລົງ​ເຖິງ​ຂັ້ນ​ຕ່ຳ​ສຸດ. ອາດ​ເວົ້າ​ໄດ້​ວ່າ: ປະ​ເທດ​ລາວ​ໄດ້​ຜ່ານ​ຜ່າ​ໄລ​ຍະ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ.

ໃນ​ຂະ​ນະ​ທີ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ປະ​ເທດ​ລາວ​ໄດ້​ຜ່ອນ​ຄາຍ​ລົງ, ການ​ຮ່ວມ​ມື​ລະ​ຫວ່າງ​ລາວ​ແລະ​ຈີນ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ ແລະ ມີ​ຄວາມ​ຄືບ​ໜ້າ​ໃນຫຼາຍ​ດ້ານ. ວັນ​ທີ 28 ເມ​ສາ​ຜ່ານ​ມາ​ນີ້, ຟາມ​ປອດ​ເຊື້ອ​ພະ​ຍາດ​​ຢູ່ແຂວງຫຼວງ​ນ້ຳ​ທ່າ​ໄດ້​ສົ່ງ​ອອ​ກ​ຊີ້ນ​ງົວ​ສູ່​ປະ​ເທດ​ຈີນງວດ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ; ວັນ​ທີ 20 ພຶ​ດ​ສະ​ພາ​ນີ້, ເຂື່ອນ​ໄຟ​ຟ້າ​ນ້ຳ​ອູ 7 ທີ່​ບໍ​ລິ​ສັດ​ຈີນ​ເປັນ​ຜູ້​ລົງ​ທຶນ​ກໍ່​ສ້າງ​ໄດ້​ເລີ່ມ​ເກັບ​ກັກນ້ຳ​​ໄລ​ຍະ 2 ແລ້ວ; ວັນ​ທີ 27 ພຶ​ດ​ສະ​ພາ​ນີ້, ໂຄງ​ການ​ຕົວ​ແບບ​ໃນ​ໂຄງ​ການ​​ນ້ຳ​ດື່ມແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ມອບ​ໃຫ້​ຝ່າຍ​ລາວ​ຢ່າງ​ເປັນ​ທາງ​ການ; ວັນ​ທີ 28 ພຶດ​ສະ​ພາ​ນີ້, ຈີນ ແລະ ລາວ​ໄດ້​ເຊັນ​ສັນ​ຍາ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄປ​ສູ່​ປະ​ເທດ​ຈີນ​ທີ່​ມີ​ມູນ​ຄ່າ 1,5 ຕື້​ໂດ​ລາ​ສະ​ຫະ​ລັດ.

ເຖິງວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ສ້າງ​ຜົນ​ກະ​ທົບ​ອ່າວ​ໜັກ​ໜ່ວງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ລາວ​ກໍ​ຕາມ, ແຕ່​ພວກ​ເຮົາ​ເຊື່ອ​ວ່າ: ໂດຍ​ຜ່ານ​ຈາກ​ການ​ທົດ​ສອບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຄັ້ງ​ນີ້, ປະ​ເທດ​ລາວ​ຈະ​ມີ​ປະ​ສົບ​ການ ແລະ ຄວາມ​ໝັ້ນ​ໃຈຫຼາຍກວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ນ້ຳ​ໃຈ​​ຄວາມສາ​ມັກ​ຄີ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ປະ​ຊາ​ຊົນ​ລາວ​ກໍ​ຈະ​ເພີ່ມ​ຂຶ້ນຫຼາຍກວ່າ​ເກົ່າ, ການສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​​ຂອງ​ຕົນ​ກໍ​ຈະ​ເພີ່ມ​ຂຶ້ນຫຼາຍກວ່າ​ເກົ່າ.

​ເມື່ອປະ​ເທດ​ລາວ​​ສາ​ມາດ​ຟື້ນ​ຟູ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຢ່າງວ່ອງ​ໄວ ກໍ​ຈະ​ພົບ​ກັບໂອ​ກາດ​ການ​ພັດ​ທະ​ນາ​ໃໝ່ຢ່າງ​ແນ່ນອນ.

ຄຳ​ເຫັນ

0