郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ປັບ​ປຸງແຜນ​ການ​ສັກ​ວັກ​ຊີນ​ໃຫ້​ດີກວ່າ​ເກົ່າ ໂດຍວາງກຳ​ລັງ​ຕຳ​ຫຼວດ​ແລະ​ນັກ​ດັບ​ເພີງ5ໝື່ນ​ຄົນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ

2021-05-31 17:37:19 cri

ວັນ​ທີ30ພຶດ​ສະ​ພານີ້​,ທ່ານ​ອີ​ດູ​ອາໂດ ອາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ແລະ​​ອົງ​ການປົກ​ຄອງ​ທ້ອງ​ຖິ່ນຂອງ​ຟິ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,ຈະ​ວາງກຳ​ລັງ​ຕຳ​ຫຼວດ​ແລະ​ນັກ​ດັບ​ເພີງ5ໝື່ນ​ຄົນ ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນແລະ​​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ແກ່​ແຜນ​ການ​ສັກ​ວັກ​ຊີນ​ທົ່ວ​ປະ​ເທດ.

ທ່ານ​ອີ​ດູ​ອາໂດ ​ອາ​ໂນ​ກ່າວ​ວ່າ: ໃນ​ສອງ​ເດືອນ​ຕໍ່​ໜ້ານີ້ ຈະ​ມີ​ວັກ​ຊີນ​ປະ​ມານ16ລ້ານ​ຫຼອດ​ສົ່ງ​​ມາ​ຮອດ​ຟິ​ລິບ​ປິນ. ການ​ສັກ​ວັກ​ຊີນ​ຢ່າງກວ້າງ​ຂວາງ,ເປັນ​ວິ​ທີ​ພຽງ​ໜຶ່ງ​ດຽວ​ໃນການ​ສະ​ກັດ​ກັ້ນການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຄັ້ງ​ນີ້​ໃຫ້​ສິ້ນ​ສຸດ​ລົງ, ພ້ອມ​ກັນ​ນັ້ນ​ມັນ​ກໍ​ເປັນ​​ສິ່ງທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ສຳ​ລັບ​ລັດ​ຖະ​ບານ.

ຂ່າວ​ສານ​ຟິ​ລິບ​ປິນ​ລາຍ​ງານ​ວ່າ: ​ຈະ​ມີຕຳ​ຫຼວດ35.415ຄົນ​ອຳ​ນວຍ​ຄວາມ​ສະ​ດວ​ກແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ໄລ​ຍະ​ຂົນ​ສົ່ງ​ວັກ​ຊີນ​ໄປ​ເຖິງ​ຈຸດ​ຕ່າງໆ​ພາຍ​ໃນປະ​ເທດ,ແລະ​ຈະ​ມີກຳ​ລັງ​ຕຳ​ຫຼວດ13.840ຄົນຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ສັກ​ວັກ​ຊີນ​ຢູ່​ແຫ່ງ​ຕ່າງໆ.

ຄຳ​ເຫັນ

0