蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ໄດ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-06-01 14:40:30 CRI

ກົມ​ການ​ບິນ​ພົນ​ລະ​ເຮືອນ​ຫວຽດ​ນາມ​ໄດ້​ປະ​ກາດໃນ​ວັນ​ທີ 31 ພຶດ​ສະ​ພ​າ​ຜ່ານ​ມາ​ນີ້​ວ່າ: ເພື່ອ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ສະ​ໜາມ​ບິນ​ສາ​ກົນ​ໂນ້ຍ​ບາຍ​ໃນນະ​ຄອນຫຼວງ​ຮ່າ​ໂນ້ຍ​ຫວຽດ​ນາມ​ຈະ​​ໂຈະ​ຖ້ຽວ​ບິນ​ສາ​ກົນແຕ່​ວັນ​ທີ 1 ຫາ 7 ມິ​ຖຸ​ນາ​ນີ້​ເປັນ​ການ​ຊົ່ວ​ຄາວ.

ຂ່າວ​ຍັງ​ລາຍ​ງານ​ວ່າ: ສະ​ໜາມ​ບິນ​ສາ​ກົນ​​ເຕິນ​ເຊິນ​ຢັດ​ໃນ​ນະ​ຄອນ​ໂຮ່​ຈີ​ມິນ ທາງ​ພາກ​ໃຕ້​ປະ​ເທດ​ຫວຽດ​ນາມ​ທີ່​ໄດ້​ໂຈະ​ຖ້ຽວ​ບິນ​ສາ​ກົນ​ມາແຕ່​ວັນ​ທີ 27 ພຶດ​ສະ​ພາ​ຜ່ານ​ມາ​ຫາ ວັນ​ທີ 4 ມິ​ຖຸ​ນາ​ນີ້ ຈະ​ສືບ​ຕໍ່​ໂຈະ​​ຖ້ຽວ​ບິນ​ສາ​ກົນ​ຈົນຮອດ​ວັນ​ທີ 14 ມິ​ຖຸ​ນາ​ນີ້.

ຫວຽດ​ນາມ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ອີກ​ຮອບ​ໃໝ່ໃນ​ທ້າຍ​ເດືອນ​ເມ​ສາ​ປີ​ນີ້, ປັດ​ຈຸ​ບັນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ຫວຽດ​ນາມ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ຕາມ​​ສະ​ຖິ​ຕິ​ຂອງ​ເວັບ​ໄຊ​ຫວຽດ​ນາມ, ນັບ​ແຕ່​ວັນ​ທີ 27 ເມ​ສາ​ຫາເວ​ລາ 18 ໂມງ​ຂອງວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ມີ​ເຖິງ 4.246 ກໍ​ລະ​ນີ.

ຄຳ​ເຫັນ

0