蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ລົດ​ໄຟ​ກາ​ສີ​​ຕົບ​ແຕ່ງພາຍ​ນອກ​​ສຳ​ເລັດ​ແລ້ວ

2021-06-01 14:42:29 CRI

ຫວ່າງມໍ່​ໆ​ມາ​ນີ້, ສ​ະ​ຖາ​ນີ​ລົດ​ໄຟ​ກາ​ສີ​ທີ່​ຮັບ​ເໝົາ​ກໍ່​ສ້າງ​​ໂດຍ​ບໍ​ລິ​ສັດກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ ຫຼື CRCC ໄດ້​ສຳ​ເລັດ​ການ​ຕົບ​ແຕ່ງ​ພາຍນອກ ກ່ອນ​​ສະ​ຖາ​ນີ​ລົດ​ໄຟ​​ອື່ນທີ່​ຢູ່​ຕາມ​ທາງ​ລົ​ດ​ໄຟ​ລາວ-ຈີນ ຕອນ​ບໍ່​ເຕັນ​ຫາ​ນະ​ຄອນຫຼວງວຽງ​ຈັນ.

ສະ​ຖາ​ນີ​ກາ​ສີ​ຕັ້ງ​ຢູ່​ເມືອງ​ກາ​ສີ​​ແຂວງ​ວຽງ​ຈັນ ເຊິ່ງ​ມີ​ເນື້ອ​ທີ່​ກໍ່​ສ້າງ 1.498.7 ຕາ​ແມັດ, ມີ 1 ສະ​ຖາ​ນີ ແລະ ທາງ​ລົດ​ໄຟ 3 ສາຍ. ໄດ້​ອອກ​ແບບ “ລາວ​ພື້ນ​ເມືອງ+ແບບ​ຈີນ”, ​ວັດ​ສະ​ດຸກໍ່​ສ້າງ​​ມີ​ຄ​ວາມ​ຮັບ​ປະ​ກັນ​ໃນ​ການ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ກໍ່​ສ້າງ​ຢູ່​ກັບ​ບ່ອນ. ​ພ້ອມ​ດຽວ​ກັນ​ນີ້, ໄດ້​ໃຊ້​ຮູບ​ແບບ​ການ​ກໍ່​ສ້າງ “​ທີ່​ໃຊ້ສອງ​ທີມ​ປ່ຽນ​ຝຽນ​ກັນ​ກໍ່​ສ້າງ​ຢ່າງ​ຮອບ​ດ້ານ”, ​ການ​ກໍ່​ສ້າງ​ໄດ້​ເທ​ເບ​ຕົງຫຼັງ​ຄາ​ໂຄງ​ສ້າງຫຼັກ​​ສຳ​ເລັດກ່ອນ​ເວ​ລາ​ກຳ​ນົດ 15 ວັນ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​​ໃຫ້​ການ​ຕົບ​ແຕ່ງ​​ພາຍນອກສຳ​ເລັດ​ກ່ອນ​ສະ​ຖາ​ນີ​ອື່ນ.

ຄຳ​ເຫັນ

0