黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຊຽນ​ປີ 2021 ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2021-06-03 11:28:01 CRI

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​​ຈີນ-ອາ​ຊຽນ​ປີ 2021 ໄດ້​ຈັດ​ຂຶ້ນໃນ​ຮູບ​ແບບອອນ​ລາຍ ແລະ ອອ​ຟລາຍ ​ໃນ​ວັນ​ທີ 2 ມິ​ຖຸ​ນານີ້ ໂດຍ​ແມ່ນອົງການ​ພິມຈຳ​ໜ່າຍ​​ພາ​ສາ​ຕ່າງ​ປະ​ເທດ​ຂອງ​ຈີນ ແລະ ສູນ​ຈີນ-ອາ​ຊຽນ​ເປັນເຈົ້າ​ພາບ​ຈັດ​ຂຶ້ນ ໂດຍມີ​ເຈົ້າ​ໜ້າ​ທີ່, ຜູ້​ຊ່ຽວ​ຊານ, ນັກ​ວິ​ຊາ​ການ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ ແລະ ຄັງ​ປັນ​ຍາ​ຈາກ​ຈີນ ແລະ 10 ປະ​ເທດ​ອາ​ຊຽນ​ທັງ​ໝົດ​ເກືອບ 100 ທ່ານ​ໄດ້​ແລກ​ປ່ຽນ​​ຄວາມ​ຄິດ​ຄວາມ​ເຫັນ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ການເປີິດປະຫວັດສາດໜ້າໃໝ່ດ້ານການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນ-ອາຊຽນ ເນື່ອງ​ໃນໂອກາດທີ່ສອງຝ່າຍສ້າງຕັ້ງສາຍພົວພັນຄູ່ສົນທະນາຄົບຮອບ 30 ປີ”.

ທ່ານກຸງຟວກ ຮອງເລຂາທິການໃຫຍ່ອາຊຽນໄດ້ກ່າວຄຳປາໄສຜ່ານທາງວີດີໂອວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ກໍບໍ່ໄດ້ກາຍເປັນສິ່ງກີດກັ້ນການພົວພັນຄູ່ຮ່ວມມືທີ່ເຂັ້ມແຂງລະຫວ່າງອາຊຽນ-ຈີນ. ພາຍຫຼັງສະພາບການແຜ່ລະບາດຂອງພະຍາດໄດ້ຜ່ານພົ້ນໄປແລ້ວ, ສອງຝ່າຍກໍຈະມີໂອກາດການຮ່ວມມືໃນຂົງເຂດສື່ມວນຊົນແບບໃໝ່ຫຼາຍກວ່າເກົ່າອີກ.

ທ່ານນາງ ຄຳ​ເພົາ ເອີນທະວັນ ເອກອັກ​ຄະລັດຖະທູດ ສ​ປ​ປ ລາວປະຈຳ ສ​ປ ຈີນກ່າວວ່າ: ສື່ມວນຊົນຈີນແລະອາຊຽນໃນຖານະເປັນຊ່ອງທາງການແລກປ່ຽນດ້ານຂໍ້ມູນຂ່າວສານ ແລະ ເປັນແຫຼ່ງຂໍ້ມູນຂ່າວສານທີ່ສຳຄັນຂອງສອງຝ່າຍ ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນດ້ານຕ່າງໆ ເຊັ່ນ: ສັງຄົມ, ເສດຖະກິດ, ວັດທະນະທຳ, ສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນ. ສື່ມວນຊົນຄວນນຳໃຊ້ກົນໄກທີ່ມີປະສິດທິຜົນທີ່ມີ​ຢູ່ແລ້ວໃນປັດຈຸບັນ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຂຽນປະຫວັດສາດໜ້າໃໝ່ຂອງການພັດທະນາໃນອະນາຄົດຂອງອາຊຽນ ແລະ ຈີນ ໂດຍສະເພາະແມ່ນການຮ່ວມມືແລະການພັດທະນາດ້ານເສດຖະກິດພາຍຫຼັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ານພົ້ນໄປ.

ຄຳ​ເຫັນ

0