郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ຈະ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ກວດ​ຫາ​ເຊື້ອໄວ​ຣັ​ສ​ໂຄວິດ-19ດ້ວຍ​ຕົນ​ເອງ

2021-06-03 14:03:59 cri

ວັນ​ທີ3ມີ​ຖຸ​ນານີ້,ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ ​ເຊິ່ງ​ແມ່ນສື່​ຫຼັກ​ຂອງ​ສິງ​ກະ​ໂປ​ໄດ້​ລາຍ​ງານ​ວ່າ,ການ​ຕົກ​ລົງ​ຂອງສິງ​ກະ​ໂປ​​ທີ່​ຢາກສົ່ງ​ເສີມ​ໃຫ້ປະ​ຊາ​ຊົນ​ນຳ​ໃຊ້​ອຸ​ປະ​ກອນກວດ​ຫາ​ເຊື້ອ​ໄວ​ຣັ​ສ​ໂຄວິດ-19​ດ້ວຍຕົນ​ເອງ​ຢ່າງກວ້າງ​ຂວາງນັ້ນ ໄດ້​ຮັບ​ຄວາມ​ສົນ​ໃຈຢ່າງ​ຫຼວງ​ຫຼາຍ​ຈາກ​ໂຮງ​ງານ ​ຜ​ະ​ລິ​ດ​ອຸ​ປະ​ກອນ​ທີ່​ກ່ຽວ​ຂ້ອງ.

ວັນ​ທີ31ພຶດ​ສະ​ພາ​ຜ່ານ​ມານີ້,ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ກ່າວ​ເນັ້ນ​ໃນ​ຄຳ​ປາ​ໄສ​ຕໍ່ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ວ່າ, ໄວ​ຣັ​ສ​ໂຄວິດ-19​ກາຍ​ພັນ​ໃໝ່​ຍັງ​ເປັນ​ໄພ​ຂົ່ມ​ຂູ່​ໂລກ​ແລະ​ສິງ​ກະ​ໂປ​ອີກ​ຕໍ່​ໄປ​, ການ​ເພີ່ມ​ທະ​ວີ​ການກວດ​​ຫາເຊື້ອ​ພະ​ຍາດ,ຂະ​ນະ​ດຽວ​ກັນ​​ກໍຕ້ອງ​ສັກ​ວັກ​ຊີນແບບ​ເປີດກວ້າງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ຈຶ່ງ​ຈະ​ສາ​ມາດ​ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໄດ້. ທ່ານ​​ໄດ້ປະ​ກາດ​ວ່າ,ສິງ​ກະ​ໂປ​ຈະ​ໃຊ້​ຫຼາຍ​ວິ​ທີ​ເພື່​ອ​ເປີດກວ້າງ​ຂອບ​ເຂດ​ການກວດ​ຫາ​ເຊື້ອ​ພະ​ຍາດ ເຊັ່ນ:​ສົ່ງ​ເສີມ​ໃຫ້ປະ​ຊາ​ຊົນ​ນຳ​ໃຊ້​ອຸ​ປະ​ກອນກວດ​ຫາເຊື້ອ​ໄວ​ຣັ​ສ​ເອົາ​ເອງ​ເປັນ​ຕົ້ນ.ຂະ​ນະ​ດຽວ​ກັນ​ຈະ​ປັບ​ປຸງ​ນະ​ໂຍ​ບາຍກວດ​ຫາ​ເຊື້ອ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ,​ເພີ່ມ​ທະ​ວີ​ການ​ກວດ​ຫາ​ເຊື້ອ​ໄວ​ຣັ​ສ​ໃຫ້​ຫຼາຍ​ຂຶ້ນ​ຢູ່​ແຫ່ງ​ຕ່າງໆ​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0