吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ລະ​ຄອນ​ໂທ​ລະ​ພາບ: ທົ່ງ​ນາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ

2021-06-04 11:05:15 cri

    ລະ​ຄອນ​ໂທ​ລະ​ພາບ “ທົ່ງ​ນາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ” ມີ​ເນື້ອ​ໃນ​ກ່ຽວ​ກັບຜູ້​ສາວ​ທີ່​ມີ​ຊື່​ວ່າ ​ເລີຍ​ຈິ່ນ​ອີ້ ​ໄດ້ປະ​ຖິ້ມ​ໂອ​ກາດ​​ທີ່​ດີ​ໃນ​ຕົວ​ເມືອງ, ບໍ່​ສົນ​ການ​ຄັດ​ຄ້ານ​ຂອງ​​ຍາດ​ພີ່​ນ້ອງ, ເດັດ​ດ່ຽວ​ກັບ​ເມືອ​ບ້ານ​ເກີດ​ທີ່​ເປັນ​ຊົນ​ນະ​ບົດ, ເຂົ້າ​ຮ່ວມ​ການ​ສ້າງ​ສາ​ຊົນ​ນະ​ບົດ, ນຳ​ພາ​ຊາວ​ບ້ານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. 
    ປີ 2015, ພາຍ​ໃ​ຕ້ການ​ສະ​ໜັບ​ສະ​ໜູນ​ຈາກ​ຊາວ​ບ້ານ, ນາງ​ເລີຍ​ຈີ່ນ​ອີ້ ​ທີ່​ເຮັດ​ວຽກ​ຢູ່​ນະ​ຄອນ​ເຊ້ຽ​ເມີນ​ ໄດ້​ກັບ​ຄື​ນ​ສູ່​ບ້ານ​ເຮົ້າ​ເມີນ​ຜີງ​ຕາ​ແສງ​ເຜົ່າ​ເຊີ່​ປານ​ຈົ່ງ​ນະ​ຄອນ​ຟູ​ອ່ານ​ແຂວງ​ຟູ​ຈ້ຽນ​ ແລະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຫົວ​ໜ້າ​ບ້ານ​ທີ່​ໜຸ່ມ​ທີ່​ສຸດ​ຂອງ​ຕາ​ແສງ. ນາງ​ແມ່ນ​ລູກ​ຫລາຍ​ເຜົ່າ​ເຊີ່, ສະ​ນັ້ນ​, ນາງ​ຕັດ​ສິນ​ໃຈ​ວ່າ​ຈະ​ປະ​ກອບ​ສ່ວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນຂອງ​ຕົນ. 
    ຕອນ​ນັ້ນ, ຄອບ​ຄົວ​ຕ່າງໆ​ຂອງບ້ານ​ເຮົ້າ​ເມີນ​ຜີງ ​ໄດ້​ຖື​ການ​ປູກ​ເຂົ້າ​ນານ້ຳ ແລະ​ຜັກ​ເປັນ​ຫລັກ, ​ໃຊ້​ຊີ​ວິດ​​ໃນຮູບ​ແບບກະ​ສິ​ກຳ​​ທີ່​ອາ​ໄສ​ດິນ​ຟ້າ​ອາ​ກາດ ແລະ​ກຸ້ມ​ຢູ່​ກຸ້ມ​ກິນ​ດ້ວຍ​ຕົນ​ເອງ. ນາງ​ເລີຍ​ຈີ່ນ​ອີ້​ຄຶດ​ວ່າ: ຖ້າ​ຢາ​ກ​ພັດ​ທະ​ນາ​ບ້ານ​ໃຫ້​ຈະ​ເລີນ, ກໍ​ຈຳ​ເປັນ​ຕ້ອງ​ໄດ້​ຄົ້ນ​ຫາ​ຊັບ​ພະ​ຍາ​ກອນ​ທີ່​ເປັນ​ທ່າ​ແຮງ, ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາ​ບ​ດີ. 
    ພາຍ​ຫລັງ​ການ​ສຳ​ຫລວດ ແລະ​ສຶກ​ສາ​ແລ້ວ, ນາງ​ຄິດ​ວ່າ​ປູກ​ອ້ອຍ​​ສຳ​ລັບ​ເຮັດ​ນ້ຳ​ຕານ​ແມ່ນ​ທາງ​ອອກ​ທີ່​ດີ. ສະ​ນັ້ນ, ພາຍ​ໃຕ້​ການ​ປຸກ​ລະ​ດົມ​ຂອງ​ນາງ​ເລີຍ​ຈີ່ນ​ອີ້, ຊາວ​ກະ​ສິ​ກອນ​ສ່ວນ​ໜຶ່ງໃນ​ບ້ານ​ໄດ້​ປູກ​ອ້ອຍ, ທັງ​ໄດ້​ລາຍ​ຮັບ​ທີ່​ດີ. ໃນ​ໃຈ​ຂອງ​ຊາວ​ບ້ານ​ແລ້ວ, ນາງ​ເລີຍ​ຈີ່ນ​ອີ​ແມ່ນ​ຜູ້​ນຳ​ພາ​ໃນ​ການ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ, ຍິ່ງ​ເປັນ​ຜູ້​ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບ້ານ. ຜູ້​ອາ​ຍຸ​ສູງ ແລະ​ເດັກ​ນ້ອຍ​ທີ່​​ບໍ່​ໄດ້​ຍ້າຍ​ເຂົ້າໃນ​ຕົວ​ເມືອງ​ຕ້ອງ​ກາ​ນ​ດູ​ແລ, ຊາວ​ບ້ານ​ເຈັບ​ເປັນ​ຕ້ອງ​ການ​ໄປ​ປິ່ນ​ປົວ​ຢ່າງ​ຮີບ​ດ່ວນ, ເຮືອນ​ບຸນ​ເຮືອນ​ດີ​ຕ້ອງ​ການ​ຊ່ວຍ​ເຫລືອ, ລ້ວນ​ແຕ່​ແມ່ນ​ນາງ​ເລີຍ​ຈີ່ນ​ອີ້​ອອກ​ໜ້າ​ແກ້​ໄຂ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ນາງ, ບ້ານ​ເຮົ້າ​ເມີນ​ຜີງ​ໄດ້​ປ່ຽນ​ໂສມ​ໜ້າ​ໃໝ່, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​ກໍ​ນັບ​ມື້​ນັບ​ດີ​ຂຶ້ນ.
    ລະ​ຄອນ​ໂທ​ລະ​ພາບ​ທົ່ງ​ນາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ແມ່ນ​ແຕ່ງ​ຂຶ້ນ​ໂດຍ​ອີງ​ຕາມ​ເລື່ອງ​ຈິງ​ຄົນ​ແທ້ຂອງ​ນາງ​ເລີຍ​ຈີ່ນ​ອີ້. ໄດ້​ພັນ​ລະ​ນາ​ເຖິງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຕໍ່​ພໍ່​ແມ່​ຍາດ​ຕິ​ພີ່​ນ້ອງ ແລະ​ບ້ານ​ເກີດ​ເມືອງນອນ​ຂອງ​ສາວ​ເຜົ່າ​ເຊີ່. ຕາມ​ຂ່​າວ​ລາຍ​ງານ​ວ່າ: ນາງ​ເອກ​ຈ້າວ​ລີ້​ຢີງ​ເພື່ອ​ເຮັດ​ໃຫ້​ການ​ສະ​ແດງ​ເຂົ້າ​ກັບ​ຕົວ​ຈິງ​ຂອງ​ນາງ​ເລີຍ​ຈີ່ນ​ອີ, ​ຈຶ່ງໄດ້​ໄປ​ຮ່ວມ​ກິນ​ຮ່ວມ​ຢູ່​ກັບ​ຊາວ​ເຜົ່າ​ເຊີ່​ໃນ​ແຂວງ​ຟູ​ຈ້ຽນ​ເປັນ​ເວ​ລາ​ 1 ອາ​ທິດ, ໂດຍ​ໄດ້​ເຂົ້າ​​ໃຈວິ​ຖີ​ຊີ​ວິດ ແລະ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ. ພ້​ອມ​ທັງ​ໄດ້​ສຶກ​ສາ​ຂໍ້​ມູນ​ຈຳ​ນວນ​ຫລວງ​ຫລາຍ​ຂອງ​ນາງ​ເລີຍ​ຈີ່ນ​ອີ້, ມີ​ຄວາມ​ຊາບ​ຊື້ນ​ໃຈ​ຫລາຍ​ຕໍ່ປະ​ສົບ​ການ​ຂອງ​ນາງ. 

ຄຳ​ເຫັນ

0