蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກາະ​ພູ​ເກັດ​ຂອງ​ໄທ​ຈະ​ເລີ່ມ​ເປີດ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້

2021-06-04 10:29:24 CRI

ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ​​ຍຸດ​ທະ​ສັກ ສຸ​ພາ​ສອນ ຫົວ​ໜ້າ​ກົມ​ທ່ອງ​ທ່ຽວ​ແຫ່​ງ​ຊາດ​ໄທ​ກ່າວ​ວ່າ: ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ພວມ​ອອກ​ແຮງ​ຊຸກ​ຍູ້​ແຜນ​ການ​ທີ່​​ຈະໃຫ້​ເກາະ​ພູ​ເກັດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ແບບ​ຍົກ​ເວັ້ນ​ການ​ກັກ​ບໍ​ລິ​ເວນ.

ແຜນ​ການ​ດັ່ງ​ກ່າວ​ຈະ​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ໄປ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ປານ​ກາງ​ແລະ​ຕ່ຳ ພ້ອມ​ທັງ​ໄດ້​ສັກ​ວັກ​ຊິນ​ໂຄວິດ-19 ​ຄົບ 2 ເຂັມ​ແລ້ວ, ຫຼື​ມີ​ໃບ​ຢັ້ງ​ຢືນ​ຜົນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ຜົນ​ລົບ​ພາຍ​ໃນ 7 ວັນ, ຈະ​ສາ​ມາດ​ເຂົ້າ​ເກາະ​ພູ​ເກັດ​ແບບ​ຍົກ​ເວັ້ນ​ການ​ກັກ​ບໍ​ລິ​ເວນ. ພາຍຫຼັງ​ໄດ້​ພັກ​ຢູ່​ເທິງ​ເກາະ​ເປັນ​ເວ​ລາ 7 ມື້​ແລ້ວ, ນັກ​ທ່ອງ​ທ່ຽວ​ທີ່​ມີ​ຜົນ​ການ​ກວດ​ຫາ​ນິວ​ຄະ​ເລ​ອິກ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ລົບ​ນັ້ນ​ຈະ​ສາ​ມາດ​ໄປ​ທ່ອງ​ທ່ຽວ​ຢູ່​ເກາະ​ພູ​ເກັດ, ​ກະ​ບີ ແລະ ພັງ​ງາ​ໄດ້.

ເຈົ້າ​ໜ້າ​ທີ່​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ເມື່ອ​ຮອດ​ເວ​ລາ​ນັ້ນ, ຈະ​ມີ​ບໍ​ລິ​ສັດ​ການ​ບິນ 7 ແຫ່ງ​ເປີດ​ເສັ້ນ​ທາງ​ການ​ບິນ 22 ຖ້ຽວ​ຈາກ​ເອີ​ຣົບ, ເຂດຕາ​ເວັນ​ອອກ​ກາງ ແລະ ອາ​ຊີ​ບິນ​ໄປ​ສູ່​ເກາ​ະ​ພູ​ເກັດ.

ຄຳ​ເຫັນ

0