徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໃນ​ປີ 2020 ເພີ່ມ​ຂຶ້ນ 18,8% ເມື່ອ​ທຽບ​ກັບ​ປີ 2019

2021-06-05 17:07:57 CRI

 ຕາມ​ຂ່າວCRI:ປີ 2020, ຍອດ​ມູນ​ຄ່າ​ການ​ຄ້າ​ສອ​ງ​ຝ່າຍ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໄດ້​ເພີ່ມ​ຂຶ້ນ 18,8%​ເມື່ອ​ທຽບ​ກັບ​ປີ 2019. ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ​ຈີນ​ທີ່​ມີຕໍ່​ຫວຽດ​ນາມ​​ເພີ່ມ​ຂຶ້ນ 16,6%, ການ​ນຳ​ເຂົ້າ​ຂອງ​ຈີນຈາກ​ຫວຽດ​ນາມ​ເພີ່ມ​ຂຶ້ນ 22,2%.

 

ຫວ່າງ​ກ່ອນ​ນີ້, ທ່ານ​ຫວາງ ເວີນ ທ່າວ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຄ້າ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ຫງວຽນ ໂຫງ ດຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ​ວ່າ, ເມື່ອ​ປະ​ເຊີນ​ໜ້າ​ກັບ​ຜົນ​ກະ​ທົບ​ທາງລົບ​ຈາກ​​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19, ການ​ລົງ​ທຶນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ໄວ​ສົມ​ຄວນ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ​ແລະ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ​ຂອງ​ການ​ພົວ​ພົນ​ດ້ານ​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ບາດ​ກ້າວ​ຕໍ່​ໜ້າ​ນີ້, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສ້າງ​ສາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຊຸກ​ຍູ້​ໃຫ້​ການ​ຄ້າ​ມີ​ຄວາມ​ສະ​ດວກ​ແລະ​​ພື້ນ​ຖານ​ໂຄງ​ຕິດ​ຈອດ​ກັນ; ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ການ​ຄ້າ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້າ​ນ​​ການ​ຄ້າ​ເອ​ເຣັກ​ໂຕຼນິກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ຊາຍ​ແດນ.

 

ທ່ານ​ຫວາງ ເວີນ ທ່າວ​ຍັງ​ກ່າວ​ວ່າ, ຈີນສະ​ໜັບ​ສະ​ໜູນ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ແລະ​ນ້ຳ​ພ້ອມ​ທັງອາ​ຫານ​ທີ່​ມີ​ຄຸ​ນນະ​ພາບ​ສູງ​ແລະ​ຄວາມ​ປອດ​ໄພ​ຂອງ​​ປະ​ເທດຕ່າງໆ​ເຊິ່ງ​ລວມ​ທັງຫວຽດ​ນາມ​ເຂົ້າ​ສູ່​ຕະ​ຫຼາດ​ຈີນ.

 

 

ຄຳ​ເຫັນ

0