郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຫຼວງວຽງ​ຈັນ​ແກ່​ຍາວເວ​ລາ​​ປິດ​ເມືອງ​ອີກ​ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-06-05 17:01:09 cri

   ວັນ​ທີ 4 ມິ​ຖຸ​ນານີ້,​ ລັດ​ຖະ​ບານ​ສ​​ປປ​ລາວ​ໄດ້​ປະ​ກາດ​ມາດ​ຕະ​ການຜ່ອນ​ຜັນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໃນ​ບາງ​ພາກ​ສ່ວນ,ແຕ່​ໄດ້​ແກ່​ຍາວ​ເວ​ລາ​ປີດ​ເມືອງ​ນະ​ຄອນ​ຫຼວງວຽງ​ຈັນ​ໄປ​ອີກ15ມື້ ຈົນ​ຮອດວັນ​ທີ19ມິ​ຖຸ​ນານີ້.

ຫ້ອງວ່າການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສ​ປ​ປ​ລາວ​ອອກ​ປະ​ກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ: ​ຍ້ອນບາງ​ແຂວງ​ແລະ​ນະ​ຄອນ ໂດຍ​ສະ​ເພາະ​ແມ່ນ​ນະ​ຄ​ອນ​ຫຼວງວຽງ​ຈັນ​ໄດ້​ພົບ​ເຫັນ​ກໍ​ລະ​ນີ​​ຕິດ​ເຊື້ອ​ຢູ່​ເຂດ​ຊຸມ​ຊົນ​ຢ່າງ​ຕໍ່​ເນື່ອງ,ລັດ​ຖະ​ບານ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ,​ຄວບ​ຄຸມ​ແລະ​ຈຳ​ກັດ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຂະ​ນະ​ດຽວ​ກັນ,ເພື່ອ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ທີ່​ມີ​ຕໍ່​ການ​ທຸ​ລະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່,ລັດ​ຖະ​ບານ​ຕົກ​ລົງ​ຈະ​ສືບ​ຕໍ່​ອະ​ນຸ​ຍາດ​ໃຫ້​ສູນ​​ການ​ຄ້າ,ຮ້ານ​ຂາຍ​ຍົກ-​ຍ່ອຍ​ດຳ​ເນີນ​ການ​ທຸ​ລະ​ກິດ,​ໃຊ້​ມາດ​ຕະ​ການຜ່ອນຜັນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​ລະ​ດັບ​ໃດ​ໜຶ່ງ.

ຄຳ​ເຫັນ

0