徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູ​ດ​ພິ​ເສດ​ປະ​ທາ​ນາ​ທິ​ບໍ​ດີອິນ​ໂດ​ເນ​ເຊຍ​ຈະເດີນ​ທາງໄປ​ຢ້ຽມ​ຢາມ​ຈີນ ຈີນ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ໃຫ້​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍກວ່າ​ເກົ່າ​ຫຼັງ​ການ​ແຜ່​ລະ​ບາດ​ຢ່າງ​ໃຫຍ່​ຂອງ​ພະ​ຍາດ​ໂຄວິດ-19

2021-06-05 17:10:50 CRI

ຕາມ​ຂ່າວCRI:ວັນ​ທີ 4 ມິ​ຖຸ​ນາ​ນີ້, ທ່ານ​ຫວ່າງ​ເວີນ​ປີ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ, ທັງ​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ລູ​ຮຸດ ພັນ​ໄຈ​ຕານ, ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອິ​ນ​ໂດ​ເນ​ເຊຍ, ຜູ້ຈັດ​ສັນ​ການ​ຮ່ວມ​ມື​ກັບ​ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຈັດ​ສັນ​ວຽກ​ງານ​ທະ​ເລ​ອິນ​ໂດ​ເນ​ເຊຍ​ຈະ​ເດີນ​ທາງ​ໄປຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 9 ມິ​ຖຸ​ນາ​ນີ້. ທ່ານ​ຫວາງ​ຢີ້​​ກັບ​ທ່ານ​ລູ​ຮຸດຈະ​ເປັນ​ປະ​ທານ​ຮ່ວມ​ໃນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ກົນ​ໄກ​ຮ່ວມ​ມື​ສົນ​ທະ​ນາ​ລະ​ດັບ​ສູ​ງ​ລະ​ຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ຢູ່​ນະ​ຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່ວ​ຂອງ​ຈີນ. ທ່ານ​ຫວ່າງ​ເວີນ​ປີ່ນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອິນ​ໂດ​ເນ​ເຊຍ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຄວາ​ມຮັບ​ຮູ້ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ໃຫ້​ດີ, ນຳ​ໃຊ້​ກົນ​ໄກ​ກາ​ນ​ຮ່ວມ​ມື​ສົນ​ທະ​ນາ​ລະ​ດັບ​ສູງ​ໃຫ້​ດີ​ຢ່າງ​​ເຕັມ​ທີ່, ຊຸກ​ຍູ້​ໃຫ້​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍກວ່າ​ເກົ່າ​​ຫຼັງ​ການ​ແຜ່​ລະ​ບາດ​ຢ່າງ​ໃຫຍ່​ຂອງ​ພະ​ຍາດ​ໂຄວິດ-19.

 

ຕາມ​ການ​ແນະ​ນຳ​ໂດຍ​ຝ່າຍ​ຈີນ, ກົນ​ໄກ​ການ​ຮ່ວມ​ມື​ສົນ​ທະ​ນາ​ລະ​ດັບ​ສູງ​ລະ​ຫວ່​າງ​ຈີນ-ອິນ​ໂດ​ເນ​ເຊຍ​ປະ​ກອບ​ດ້ວຍ 3 ​ກົນ​ໄກ​ລະ​ດັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄື​ກົນ​ໄກ​ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ, ກົນ​ໄກເສດ​ຖະ​ກິດ, ກົນ​ໄກວັດ​ທະ​ນະ​ທຳທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ວ່າງ​ເວີນ​ປີ່ນ​ກ່າວ​ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້​ວ່າ, ກົນ​ໄກ​ນີ້​ມີ​ຜົນ​ດີ​ຕໍ່ການ​ເຕົ້າ​ໂຮມ​ຊັບ​ພະ​ຍາ​ກອນສອງ​ຝ່າຍ​ໃຫ້​ດີກວ່າ​ເກົ່າ, ແລະ​ຈະຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຫຼັງ​ການ​ແຜ່​ລະ​ບາດ​ຢ່າງ​ໃຫຍ່​ຂອງ​ພະ​ຍາດ​ໂຄວິດ-19 ກ້າວ​ໄປ​ໜ້າ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ແລະ​ຕິດ​ແທດ​ຕົວ​ຈິງ. ກອງ​ປະ​ຊຸມ​ຄັ້ງປະ​ຖົມ​ມະ​ລືດຂອງ​ກົນ​ໄກນີ້​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ, ສອງ​ຝ່າຍ​​ໄດ້​ຝາກ​ຄວາມ​ຫວັງ​ສູງ.

 

ຄຳ​ເຫັນ

0