李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​​ຂອງ​ກົນ​ໄກ​ຮ່ວມ​ມືການ​ສົນ​ທະ​ນາ​ຂັ້ນ​ສູງ​ຈີນ-ອິນ​ໂດ​ເນ​ເຊຍ ໄດ້​ບັນ​ລຸ​ຄວາມ​ເຫັນ​ເອ​ກະ​ສັນ​ກັນ​ສຳ​ຄັນ 5 ຂໍ້

2021-06-06 15:49:13 cri

ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​​ຂອງ​ກົນ​ໄກ​ຮ່ວມ​ມືການ​ສົນ​ທະ​ນາ​ຂັ້ນ​ສູງ​ຈີນ-ອິນ​ໂດ​ເນ​ເຊຍ ໄດ້​ບັນ​ລຸ​ຄວາມ​ເຫັນ​ເອ​ກະ​ສັນ​ກັນ​ສຳ​ຄັນ 5 ຂໍ້_fororder_422428605

ວັນ​ທີ 5 ມິດ​ຖຸ​ນາ​ນີ້, ທ່ານ​ວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກັບ​ທ່ານ​ລູ​ຮຸດ ພັນ​ຈາຍ​ທັນ, ທູດພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ, ຜູ້​ຮັບ​ຜິດ​ຊອບ​ການ​ຮ່ວມ​ມື​ກັບ​ຈີນຂອງ​ອິນ​ໂດ​ເນ​ເຊຍ ໄດ້​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໃຫ້​ແກ່ ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກຂອງ​ກົນ​ໄກ​ຮ່ວມ​ມື​ສົນ​ທະ​ນາ​​ຂັ້ນ​ສູງ​ຈີນ-ອິນ​ໂດ​ເນ​ເຊຍ, ເຊິ່ງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເອ​ກະ​ສັນ​ກັນ​ສຳ​ຄັນ 5 ຂໍ້.

ສອງ​ຝ່າຍ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ຄົບ​ຕ່ອງ​ໂສ້​ຂະ​ແໜງ​ການ ໃນ​ການ​ຄົ້ນ​ຄວ້າ, ​ຜະ​ລິດ​, ແລະ​ແຈກ​ຢາຍຢາ​ວັກ​ຊີນ, ​ຊ່ວຍ​ເຫຼືອ​ອິນ​ໂດ​ເນ​ເຊຍ​ສ້າງ​ສູນ​ຜະ​ລິດ​ຢາ​ວັກ​ຊີນ​ໃນ​ພາກ​ພື້ນ. ສອງ​ຝ່າຍ​ສະ​ໜັບ​ສະ​ໜູນ​ຍົກ​ເລີກ​ສິດ​​ຊັບ​ສິນທາງ​ປັນ​ຍາ​ຂອງ​ຢາ​ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19, ແລະ​ຈະ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ​ສັກ​ວັກ​ຊີນຕ້ານ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ຕົນ​, ສອງ​ຝ່າຍ​ຈະ​ລົງ​ເລິກ​ການ​ເຮັດ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບແນວ​ຄິດ “ຈຸດ​ຄ້ຳ​ຊູ​ທາງ​ທະ​ເລ​ທົ່ວ​ໂລກ” ເຊື່ອມ​ໂຍງ​ເຂົ້າ​ກັນ, ຮັບ​ປະ​ກັນໃຫ້​ສຳ​ເລັດ​ການ​ສ້າງທາງລົດ​ໄຟ​ຈາ​ກາກ​ຕາ-ບັນດຸງ​ຕາມ​ເວ​ລາ​ກຳ​ນົດ, ສອງ​ຝ່າຍ​ຈະ​ເປີດກວ້າງ​ຊ່ອງ​ທາງ​ທີ່ກວ້າງ​ຂວາງ​ໃນ​ການ​ຮ່ວມ​ມື​ເທີງ​ທະ​ເລ, ເລີ່ມ​ຕົ້ນ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ປະ​​ມົງ​ຢ່າງ​ຮອບ​ດ້ານ. ເລັ່ງ​ລັດ​ຊຸກ​ຍູ້​ກາ​ນ​ປຶກ​ສາ​ຫາ​ລື “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່ທະ​ເລ​ຈີນ​ໃຕ້”, ເຮັດ​ໃຫ້​ການ​ຮ່ວມ​ມື​ກາຍ​ເປັນ​ຫົວ​ຂໍ້​ຫຼັກ​​​ແຫ່ງ​ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້, ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ອາ​ຊີ​ວະ​ສຶກ​ສາ, ເພື່ອ​ສ້າງ​ພື້ນ​ຖານ​ດ້ານຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ໃຫ້ແໜ້ນ​ແຟ້ນ​ຕື່ມ​ອີກ ​ໃຫ້ແກ່​ການ​ຂະ​ຫຍາຍ​ການ​ພົວ​ພົວ​ລະ​ຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0