吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ມຽນ​ມາ​ຕອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ເອ​ກອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ

2021-06-06 13:29:18 cri

    ວັນ​ທີ 6 ມິ​ຖຸ​ນາ​ນີ້,  ທ່ານ​ມິນ​ອອງ​ລາຍ ຜູ້​ນຳ​ມຽນ​ມາ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ເສີນ​ໄຮ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ຢູ່​ນະ​ຄອນ​ຫລວງ​ເນ​ປີ​ດໍ​ປະ​ເທດມຽນ​ມາ.

    ທ່ານ​ມິນ​ອອງ​ລາຍ​ໄດ້​ແນະ​ນຳ​ສະ​ຖາ​ນະ​ການ​ພາຍ​ໃນ​ມຽນ​ມາ​ໃຫ້​ຊາບ, ທ່າ​ນ​ກ່າວ​ວ່າ: ມຽນ​ມາ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ​ການປົກ​ປັກ​ຮັກ​ສາ​ປະ​ຊາ​ທິ​ປະ​ໄຕ ແລະ​ລະ​ບອບ​ກົດ​ໝາຍ. ມຽນ​ມາ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ພະ​ຍາ​ຍາມ​​ຮ່ວມກັນ, ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ພາຍ​ໃນ​ມຽນ​ມາ, ປະ​ສານ​ງານ ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ກ່ຽວ​ຂ້ອງ. ຈີນແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສຳ​ຄັນ​ຂອງ​ມຽນ​ມາ, ມຽນ​ມາ​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ກັບ​ຈີນ.

    ທ່ານ​ເສີນ​ໄຮ້ກ່າວ​ວ່າ: ​ຈີນ​​ທະ​ນຸ​ຖະ​ໜອມ ແລະ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ສູງ​ຕໍ່​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ ແລະ​ມຽນ​ມາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຫວັງ​ຢ່າງ​ຈິງ​ໃຈ​ວ່າ​ສະ​ຖາ​ນະ​ການ​ມຽນ​ມາ​ຈະ​ຟື້ນ​ຟູ​ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ໂດຍ​ໄວ, ຈີນ​ສະ​ໜັບ​ສະ​ໜູນ​ອາ​ຊຽນ ແລະ​ມຽນ​ມາ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ. ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ເລື່ອງ​ນີ້.

 

ຄຳ​ເຫັນ

0