覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ມີ​ຂໍ້​ສະ​ເໜີ 6 ຂໍ້​ໃນ​ເວ​ລາເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ໄໝ​ພິ​ເສດ​ເພື່ອ​ລະ​ນຶກ​ການສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​​ຄົບ​ຮອບ 30 ປີ​

2021-06-08 11:20:58 cri

ວັນ​ທີ 7 ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ໄໝ​ພິ​ເສດ​ເພື່ອ​ລະ​ນຶກ​ການສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​​ຄົບ​ຮອບ 30 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​​ປະ​ເທດຈີນໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ແລະ​ທ່ານເຕ​ໂອ​ໂດ​ໂຣ ​ລອກ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ​ປະ​ສານ​ງານ​ສາຍ​ພົ​ວ​ພັນ​ຈີນ-ອາ​ຊຽນ​, ໂດຍ​ມີລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽນ​ແລະ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.
 

     ທ່ານ​ຫວາງ​ຢີ້​ກ່າວ​ເນັ້ນ​ວ່າ: ຕະຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ຈີນ​ແລະ​ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​, ເປັນ​ຄູ່​ຮ່ວມ​ມື​ທີ່ກວມ​​ຂົງເຂດ​​ການຮ່ວມ​ມືກວ້າງ​ຂວາງ​ທີ່​ສຸດ ແລະ​ເປັນ​ຄູ່​ຮ່ວມ​ຍຸ​ດ​ທະ​ສາດ​ທີ່​ມີ​ຊີ​ວິດ​ຊີ​ວາຫຼາຍ​ທີ່​ສຸດ, ເຊິ່ງ​ເປັນ​ຍ້ອນ​​ສອງ​ຝ່າຍໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ໃຫ້​ຄວາມ​ສຳ​ຄັນ​ເຊິ່ງ​ກັນ​ແລະ​ກັນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ສາຍ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ຕົນ, ຖື​ເອົາ​ປະ​ຊາ​ຊົນ​ເປັນ​ກົກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສຸມ​ໃສ່​ການ​ຮ່ວມ​ມື​ຕົວ​ຈິງ, ຍຶດ​ໝັ້ນ​ໃນ​ການພັດ​ທະ​ນາ​ແບບ​ເປີດກວ້າງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຖື​ເອົາ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ຝ່າຍ​ເປັນ​ສິ່ງ​ສຳ​ຄັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ເອົາ​ຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ສອງ​ຝ່າຍ​ໄວ້​ໃນ​ຖາ​ນະ​ອັນ​ເໝາະ​ສົມ. ຈີນ​ແລະ​ອາ​ຊຽນ​ຄວນ​ເລັງ​ສາຍ​ຕາ​ໃສ່​ 30 ປີ​ຕໍ່​ໜ້າ, ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ໃຫ້​ມີ​ລະ​ດັບ​ສູງກວ່າ​ເກົ່າ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ຈີນ​ມີ​ຂໍ້​ສະ​ເໜີ 6 ຂໍ້​ຄື:
 

  ໜຶ່ງ, ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ສອງ, ຄວນ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ. ສາມ, ຄວນ​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ. ສີ່, ຄວນ​ບັນ​ລຸ​ການ​ເຊັນ “ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້”​ໂດຍ​ໄວ. ຫ້າ, ຄວນ​ຍຶດ​ໝັ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ. ຫົກ, ຄວນ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ອາ​ຊີ.
 

    ບັນ​ດາ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ຕ້ານ​ກັບ​ພະ​ຍາດໂຄວິດ-19 ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໂດຍ​ຢືນ​ຢັນ​ວ່າ ສາຍ​ພົວ​ພັນ​ອາ​ຊຽນ-ຈີນ​ເປັນ​ສາຍ​ພົວ​ພັນ​ທີ່​ສຳ​ຄັນ​ທີ່​ສຸດ​ແລະ​ໄດ້​ຮັບ​ໝາກ​ຜົນຫຼາຍ​ທີ່​ສຸດ​ໃນ​ບັນ​ດາ​ສາຍ​ພົວ​ພັນລະ​ຫວ່າງ​ອາ​ຊຽນ​ກັບ​ຄູ່​ເຈ​ລະ​ຈາ​,ເຊິ່ງ​ໄດ້​ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​​ກັບການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ຄຳ​ເຫັນ

0