何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ

2021-06-09 15:40:32 CRI

ທ່ານ​ຫວາງ​ຢີ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ_fororder_cb8065380cd79123081e56039934f98ab3b780d0

ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວທີ່​ພວມ​ໄປ​ຢ້ຽມ​ຢ​າມ​ເຮັດ​ວຽກ​ຢູ່​ກຳ​ແພງ​ນະ​ຄອນ​​ຈຸ່ງ​ກິ່ງ.

 

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າ​ງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ທັງ​ແມ່ນ​ປີ​ທີ່​ຈີນ ແລະ ລາວ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ທັງ​ເປັນ​ປີ​ມິດ​ຕະ​ພາບ​ຈີນ​-ລາວ. ເມື່ອ​ຫວນ​ຄືນ​ປະ​ຫວັດ​ສາດ​ແຫ່ງ​ການ​ໄປ​ມາ​ຫ​າ​ສູ່​ກັນ​ລະ​ຫວ່າງ​ສອງ​ພັກ ສອງ​ລັດ, ສອງ​ຝ່າຍໄດ້​ມີ​ອຸ​ດົມ​ການ​ດຽວ​ກັນ ແລະ ຊ່ວຍ​ຊູ​ຍູ້​ໜູນ​ກັນ, ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ໄດ້​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​​ກໍນັບ​ມື້​ນັບ​ກ້າວ​ສູ່​ລວງ​ເລິກ, ຖື​ວ່າ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ.

 

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ສອງ​ຝ່າຍຄວນເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ຕື່ມ​ອີກ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ຂອງ​ແລວ​ເສດ​ຖະ​ກິດ​ຈີນ-ລາວ, ສ້າງ​ຈຸດ​ເຕີບ​ໂຕ​ອັນ​ໃໝ່​ພາຍ​ໃຕ້​ສະ​ພາບ​ການ​​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຈີນ​ຍິນ​ດີ​ແບ່ງ​ປັນ​ໂອ​ກາດ​ທີ່​ເກີດ​​ຈາກ​ການ​ເປີດກວ້າງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຂອງ​ຈີນ​ຮ່ວມມ​ກັບ​ປະ​ເທດ​ລາວ, ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ແຮງ​ຂອງ​ລາວ​ໃຫ້ຫຼາຍກວ່າ​ເກົ່າ. ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນ​ໂຄງ​ການ​ແບບ​ຢ່າງ​ໃນຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ແມ່ນ​ສັນ​ຍາ​ລັກ​ຂອງ​ມິດ​ຕະ​ພາບ​ຈີນ-ລາວ, ຄວນ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ ເພື່ອ​ຮັບ​ປະ​ກັນ​​ໃຫ້ການ​​ກໍ່ສ້າງສຳ​ເລັດ​ຕາມ​ເວ​ລາ​ກຳ​ນົດ, ພ້ອມ​​ດຽວກັນ​​ນີ້ ກໍ​ຄວນ​ເລັ່ງ​ລັດ​ອອກ​ແບບ​ການ​ພັດ​ທະ​ນາ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ, ເພື່ອ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ສັງ​ລວມ​ຂອງ​ທາງ​ລົດ​ໄຟດັ່ງ​ກ່​າວ.

 

ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ກ່າວ​ວ່າ, ພັກ ແລະ ລັດ​ຖະ​ບານ​ລາວ​ຍິນ​ດີ​ຖອດ​ຖອນ​ບົດ​ຮຽນ​ນຳ​ຈີນ ເພື່ອ​ຊຸກ​ຍູ້​ການລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ໃນ​ປະ​ເທດ​ລາວ. ລາວ​ເຫັນ​ດີ​ຖະ​ນຸ​ຖະ​ໜອມ ແລະ​ເຊີດ​ຊູ​​ຄ່າ​ນິ​ຍົມອາ​ຊີ. ອະ​ລິ​ຍະ​ທຳ​ອາ​ຊີ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ, ພວກ​ເຮົາ​ຄວນ​ສ້າງ​ຄວາມ​ໝັ້ນ​ໃຈ​ຕໍ່​ອະ​ລິ​ຍະ​ທຳ​ຂອງ​ຕົນ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນຄວາມກ້າວ​ໜ້າ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0