何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ລົງ​ເລິກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍໄດ້​ດີກວ່າ​ເກົ່າ

2021-06-09 10:37:06 CRI

ວັນ​ທີ 8 ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດວ່າ​ດ້ວຍການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ກຳ​ແພງນະ​ຄອນ​ຈຸງ​ກິ່ງ​ປະ​ເທດ​ຈີນ. ທ່ານ​ຫວາງ​​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານອູ​ວັນ​ນະ​ເມົາ​ລຸຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ​ໄດ້​ເປັນ​ປະ​ທານ​ຮ່ວມ​ກັນ. ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ, ທ່ານ​ປ​ຣັກ ໂຊ​ຄູນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ, ທ່ານດອນ ​ປ​ຣະ​ມັດ​ວິ​ໄນ ຮອງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ, ແລະ​ທ່ານ​ບຸຍ​ແທ້ງ​ເຊິ່ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

 

ທ່ານ​ຫວາງ​ຢີ້​ກ່າວ​ເນັ້ນ​ວ່າ, ເມື່ອ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງປະ​ຫວັດ​ສາດ, ຈີນ​ຈະ​ຮ່ວມ​ກັບ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ, ຮ່ວມ​ກັນ​ຊົ​ມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ທ່ານ​ໄດ້​​ມີ​ຂໍ້​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ວຽກ​ງານ​ຈຸດ​ສຸມ​ໃນ​ໄລ​ຍະ​ຕໍ່​ໄປ​ຄື​ດັ່ງ​ນີ້:

 

ໜຶ່ງ, ລົງ​ເລິກ​ການ​ຮ່ວມ​ມື​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ -19. ຈີນ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ແລະ​ອຸ​ປະ​ກອນ​ປິ່ນ​ປົວ​ໃຫ້​ແກ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ.

 

ສອງ, ຮ່ວມ​ກັນ​ຊຸ​ກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຄົ້ນ​ຄວ້າ​​ເພື່ອເລັ່ງ​ລັດການ​ເຊື່ອມ​ຕໍ່​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກັບ “ແລວ​ທາງໃໝ່​ທາງ​ບົກ-ທາງ​ທະ​ເລ”, ໃຊ້​ກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເພື່ອ​ຊຸກ​ຍູ້ 6 ປະ​ເທດ​ໃຫ້​ສາ​ມາດຟື້ນ​ຟູ​ເສດ​ຖະ​ກິດ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

 

ສາມ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ.

 

ສີ່, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ທ້ອງ​ຖິ່ນ.

 

ຫ້າ, ຊຸກ​ຍູ້ການ​ເຊື່ອມ​ສານ​ຈິດ​ໃຈ​ປະ​ຊາ​ຊົນ​​ໃຫ້​ສະ​ໜິດ​ສະ​ໜົມ​ກັນ​. ຈີນ​ຍິນ​ດີ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກໃຫ້​ກັບ​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວັດ​ທ​ະ​ນະ​ທຳ, ການ​ທ່ອງ​ທ່ຽວ, ສື່ມວນ​ຊົນ, ກິ​ລາ, ວຽກ​ງານ​ແມ່​ແລະ​ເດັກ, ແລະ​ອື່ນໆ.

 

ຫົກ, ປັ​ບ​ປຸງ​ກົນ​ໄກຮ່​ວມ​ມື​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ. ກຳ​ນົດ “ແຜນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄລ​ຍະ 5 ປີ(2023-2027)”.

 

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຫັນ​ວ່າ, ການ​ລົງ​ເລິກ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ຈະ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໄດ້​ດີກວ່າ​ເກົ່າ. ແລະ​ກ່າວຢືນ​ຢັນ​ວ່າ ຍິນ​ດີ​ຮ່ວມ​ກັນ​ຮັກ​ສາ​ທ່ວງ​ທ່າ​ທີ່​ເຂັ້ມ​ແຂງ​ຂອງ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຕັ້ງ​ໜ້າ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ​​ການເຊື່ອມ​ຈອດ​ກັນ, ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວຽກ​ງານ​ຊາວ​ໜຸ່ມ, ການ​ຮ່ວ​ມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ ແລະ​ຂົງ​ເຂດ​ອື່ນໆ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ​ຖອດ​ຖອນ​ບົດ​ຮຽນ​ແລະ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ​ກັບ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ກົນ​ໄກ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ອື່ນໆ, ​ເພື່ອບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.

ຄຳ​ເຫັນ

0