吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສົ່ງ​ສານ​ອວຍພອນ​​ເຖິງ​ປະທານາທິບໍດີ​ຟິລິບ​ປິນ

2021-06-09 17:20:38 cri

ວັນ​ທີ 9 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ອວຍພອນ​​ເຖິງ​ທ່ານ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນ ​ເພື່ອສະ​ແດງ​ຄວາມ​ຊົມ​ເຊີຍ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຈີນ-ຟິລິບ​ປິນຄົບຮອ​ບ 46 ປີ ​ແລະອວຍພອນ​ວັນຊາດ​ຟິລິບ​ປິນຄົບຮອບ 123 ປີ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຈີນ ​ແລະ​ຟິລິບ​ປິນ​ແມ່ນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມີ​ໄມຕີ​ຈິດ​ມິດຕະພາບ​ທີ່​ດີ​ມາ​ແຕ່​ດົນ​ນານ. ​ໃນ​ຊຸມ​ປີຜ່ານມາ, ພາຍ​ໃຕ້​ຄວາມ​ພະຍາຍາມຮ່ວມ​ກັນ, ສາຍ​ພົວພັນ​ຈີນ-ຟິລິບ​ປິນ​ໄດ້​ຂະຫຍາຍຕົວ​ຢ່າງ​ປອດ​ໃສ ​ແລະໝັ້ນ​ທ່ຽງ ​ເຊິ່ງ​ໄດ້​ສົ່ງ​ຜົນປະ​ໂຫຍ​ດ​ຕົວ​ຈິງ​​ໃຫ້ກັບ​ປະຊາຊົນ​ສອງ​ຊາດ. ພາຍຫຼັງ​ເກີດ​ມີ​ສະພາບ​ພະຍາດ​ໂຄ​ວິດ-19, ສອງ​ຝ່າຍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ​ກັນ, ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ຮ່ວມ​ກັນ, ​ໄມຕີ​ຈິດ​ມິດຕະພາບ​ສອງ​ຝ່າຍ​ກໍໄດ້​ຍົກ​ສູງ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ການ​ຂະຫຍາຍສາຍ​ພົວພັນ​ຈີນ-ຟິລິບ​ປິນ, ຍິນ​ດີ​ຮ່ວມ​ກັບ​ທ່ານ​ ປະທານາທິບໍດີ​ຟິລິບ​ປິນດູ​ເຕີ​ເຕ, ນຳ​ໜ້າ​ພາ​ທາງ​ໃຫ້​ສາຍ​ພົວພັນ​ສອງ​ຊາດຂະຫຍາຍຕົວ​​ໄດ້​ຢ່າງ​ໝັ້ນ​ທ່ຽງ ​ແລະ​ຍາວ​ນານ, ບັນລຸ​​ເປົ້າ​ໝາຍໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ.

 

ຄຳ​ເຫັນ

0