何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ເຕືອນ​ໃຫ້​ເອີ​ຣົບ​ຢ່າ​ລະ​ເຫຼີງ​ການ​ລະ​ວັງ​ຕົວ ເພາະ​ຍັງ​ມີ​ຄວາມ​ສ່ຽງ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະຮຸນ​ແຮງ​ຂຶ້ນ

2021-06-11 14:52:18 CRI

ໃນ 2 ເດືອນ​ທີ່​ຜ່ານ​ມາ, ຢູ່​ເອີ​ຣົບ ​ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ -19 ທີ່​ເພີ່ມ​ໃໝ່, ຈຳ​ນວນຜູ້​ເສຍ​ຊີ​ວິດ​​ເພີ່ມ​​ໃໝ່ ແລະ ຈຳ​ນວນ​ຜູ້ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ລ້ວນ​ແຕ່​ໄດ້ມີ​ຈຳ​ນວນຫຼຸດ​​ລົງ. ຢູ່​ໃນ 53 ປະ​ເທດ​ເອີ​ຣົບ, ມີ 36 ປະ​ເທດ​ໄດ້​ຜ່ອນ​ຄາຍ​ມາ​ດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ. ທ່ານ ແຮ​ນ​ສ ຄ​ລູກ​, ຫົວ​ໜ້າ​ສຳ​ນັກ​ງານ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ​ເອີ​ຣົບ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເລື່ອງ​ນີ້. ວັນ​ທີ 10 ມິ​ຖຸ​ນາ​ນີ້, ທ່ານ​ ແຮ​ນ​ສ ຄ​ລູກ​ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ຣົບ​ຄວນຫຼີກ​ລ່ຽງ​ຄວາມ​ຜິດ​ພາດ​ຍ້ອນ​ໂຍະ​ຍານ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໄວ​ເກີນ​ໄປ, ​ຄວນຖອດ​ຖອນ​ບົດ​ຮຽນ​ຈາກ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄືນ​ໃໝ່​ໃນ​ລະ​ດູ​ຮ້ອນ​ປີ​ຜ່ານ​ມາ, ເພື່ອປ້ອງ​ກັນ​ບໍ່​ໃຫ້​ເກີດ​ມີ​ການແຜ່​ລະ​ບາດ​​​ຂອງ​ພະ​ຍາດ​ໂຄວິດ-19​ອີກ​ຮອບ​​ໃໝ່.

 

ປ​ະ​ຈຸ​ບັນ, ຢູ່​ເອີ​ຣົບ​ມີ​ປະ​ຊາ​ກອນ 30% ໄດ້​ສັກ​ວັກ​ຊີນ​ຢ່າງ​ໜ້ອຍ 1 ເຂັມ​ແລ້ວ, ມີ 17 % ໄດ້​ສັກ​ວັກ​ຊີນຄົບ 2 ເຂັມ. ແຕ່​ທ່ານ​ແຮ​ນ​ສ ຄ​ລູກ​ກ່າວ​ວ່າ, ເອີ​ຣົບ​ບໍ່​ຄວນ​​ລະ​ເຫຼີງ​ຍ້ອນ​ມີຄວາມ​ຄືບ​ໜ້າ​​ໃນ​ການ​ສັກ​ວັກ​ຊີນ​ໃນ​ປະ​ຈຸ​ບັນ, ເສັ້ນ​ທາງ​ແຫ່ງ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ຍັງ​​ແມ່ນ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ໃນ​ໄລ​ຍະ​ຍາວ​ໄກ.

ຄຳ​ເຫັນ

0