黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ປະ​ກາດ​ແກ່​ຍາວ​ເວ​ລາປະ​ຕິ​ບັດມາດ​ຕະ​ການ​ “ປິດ​ເມືອງ​ຮອບ​ດ້ານ” ​ອອກ​ໄປ​ອີກ 14 ວັນ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-06-12 16:27:58 cri

ວັນ​ທີ 11 ມິ​ຖຸ​ນາ​ນີ້, ທ່ານ​ອິ​ສ​ເມວ ຊາບ​ຣີ ຢາ​ກົບ ລັດ​ຖະ​ມົນ​ຕີ​ລະ​ດັບ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດມ​າ​ເລ​ເຊຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ສະ​ພາມົນ​ຕີ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ມາ​ເລ​ເຊຍ​ຕົກ​ລົງ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ວ່າ, ​ການ​ປະ​ຕິ​ບັດມາດ​ຕະ​ການ “ປິດ​ເມືອງ​ຮອບ​ດ້ານ” ໄລ​ຍະ​ທຳ​ອິດ​ທີ່​ຈະ​ສິ້ນ​ສຸ​ດ​ລົງ​ໃນ​ວັນ​ທີ 14 ມິ​ຖຸ​ນານ​ສີ້​ຈະ​ແກ່​ຍາ​ວ​ເວ​ລາ​ອອກ​ໄປ​ອີກ 14 ວັນ, ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 28 ມິ​ຖຸ​ນາ​ນີ້.

ຂ່າວ​ແຈ້ງວ່າ, ຍ້ອນ​ວ່າພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ມາ​ເລ​ເຊຍ​ຢ່າງ​ໜັກ​ໜ່ວງ, ລັດ​ຖະ​ບານ​ມາ​ເລ​ເຊນ​ຕົກ​ລົງ​ປະ​ຕິ​ບັດ​ມາດ​ຕະ​ການ “ປິດ​ເມືອງ​ຮອບ​ດ້ານ” ໄລ​ຍະ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 14 ມິ​ຖຸ​ນາ​ນີ້. ນອກ​ຈາກ​ພາກ​ສ່ວນ​ບໍ​ລິ​ການ​ທີ່​ຈຳ​ເປັນ​ຕ້ອງ​ແລ້ວ,​ໂຈະການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ສັງ​ຄົມ​ເປັນ​ການ​ຊົ່ວ​ຄາວ.

ນັບ​ມາ​ຮອດ​ເວ​ລາ 12 ໂມ​ງວັນ​ທີ 11 ມິ​ຖຸ​ນາ​ນີ້, ມາ​ເລ​ເຊຍ​ລວມ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 6 ແສນ 4 ໝື່ນ​ກໍ​ລະ​ນີ, ​ລວມ​ທັງ​ໝົດ​ເປັນ 646.411 ກໍ​ລະ​ນີ.

ຄຳ​ເຫັນ

0