蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ຈັດ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ລົງ​ທຶນ​ຢູ່​ປະ​ເທດ​ລາວ​ເປັນະ​ເພາະ

2021-06-13 14:45:02 CRI

ວັນ​ທີ 11 ມິ​ຖຸ​ນາ​ນີ້, ກອງ​ເລ​ຂາ​ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ແລະ ສະ​ຖານ​ກົງ​ສຸນ​ລາວ​ປະ​ຈຳ​ນະ​ຄອນ​ໜານ​ໜິງ ໄດ້​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດງານ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ລົງ​ທຶນ​ຢູ່​ປະ​ເທດ​ລາວ​ເປັນະ​ເພາະ ຢູ່​ນະ​ຄອນ​ໜານ​ໜິງ ດ້ວຍ​ຮູບ​ການ​ອອນ​ລາຍ ແລະ ອັອ​ຟ​ລາຍ.

ງານ​ໂຄ​ສະ​ນາ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ທີ່​ລາວ​ເປັນ​ປະ​ເທດ​ເຈົ້າ​ພາບ​ຮ່ວມ​ໃນ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ແລະ ມີ​ນັກ​ທຸ​ລະ​ກິ​ດ​ເກືອບ​ຮ້ອຍ​ຄົນ​ທີ່​ໄດ້​ລົງ​ທຶນ ຫຼື ມີ​ຈຸດ​ປະ​ສົງ​ຈະ​ໄປ​ລົງ​ທຶນ​ຢູ່​ລາວ​ເຂົ້າ​ຮ່ວມ.

ທ່າ​ນ​ວາງ​ເລີຍ ເລ​ຂາ​ທິ​ການ​ໃຫຍ່ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ກ່າວ​ວ່າ: ນັບ​ແຕ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-ອາ​ຊຽນ​ຈັດ​ຂຶ້ນ​ຢ່າ​ງ​ສຳ​ເລັດ​ຜົນ​ເປັນ 17 ປີ​ມາ​ນີ້, ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ລາວ​ຢ່າງ​ແຂງ​ແຮງ. ປີ 2021 ພໍ​ດີ​ແມ່ນ​ປີ​ທີ່​ສ້າງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ, ຈີນ​ແລະ​ລາວ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ປີ​ມິດ​ຕະ​ພາບ​ລາວ-ຈີນ ແລະ ລາວ​ເປັນ​ເຈົ້າ​ພາບ​ຮ່ວມ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18, ງານ​ວາງ​ສະ​ແດງ​ໃນ​ປີ​ນີ້​ຈະ​ຜ່ານ​ຈາກ​ການ​ຈັດ​ກິດ​ຈະ​ກຳ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ມີຫຼາຍ​ສີຫຼາຍ​ສັນ ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ຄຳ​ເຫັນ

0