黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕົວ​ເລກ​ຂາ​ເຂົ້າ​ຂາ​ອອກ​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ຂອງເສດ​ຖະ​ກິດ​ຈີນ

2021-06-13 16:39:06 cri

ຕົວ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີແຫ່ງ​ຈີນ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 5 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​ທີ່​ຈຳ​ຕ້ອງ​ໄດ້​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 14.760 ຕື້ຢວນ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 28,2%, ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ໄດ້​ເພີ່ມ​ຂຶ້ນ 21.6%. ພາຍ​ໃຕ້​ສະ​ພາບ​ການ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ຍັງ​​ບໍ່​ແນ່ນອນ​ອະ​ນາ​ຄົດ​ທີ່​ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​ຄືນ​ໃໝ່​ຍັງ​ບໍ່​ຈະ​ແຈ້ງ, ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ 5 ເດືອນ​ຕົ້ນ​ປີ​ນີ້​ໄດ້​ຟື້ນ​ຕົວ​ຄືນ​ໃໝ່​ຢ່າງ​ໝັ້ນ​ທ່ຽງ, ມີ​ຄວາມ​ໝັ້ນ​ໜຽວ​ຫຼາຍ, ບໍ່​ວ່າ​ການ​ສົ່ງ​ອອກ​ຫຼື​ວ່າ​ການ​ນຳ​ເຂົ້າ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ເດັ່ນ​ຊັດ.

ໃນ​ນັ້ນ, ອາ​ຊຽນ​ຍັງ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ. ໃນ 5 ເດືອນ​ຕົ້ນ​ປີ​ນີ້, ຍອ​ດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ບັນ​ລຸ​ເຖິງ 2.190 ຕື້​ຢວນດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 29.2%, ໄດ້​ກວມຍອດ​ມູນ​ຄ່າ​ການ​ຕ່າງ​ປະ​ເທດ 14,8% ຂອງ​ຈີນ. ໃນ​ນັ້ນ, ຈີນ​ສົ່ງ​ອອກ​ສິນ​ຄ້າ​ຕໍ່​ອາ​ຊຽນ 1.210 ຕື້​ຢວນ, ເພີ່ມ​ຂຶ້ນ 29,3%; ມູນ​ຄ່າ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ອາ​ຊຽນ​ເປັນ 980,4 ຕື້ຢວນ, ເພີ່ມ​ຂຶ້ນ 29%.

ຄຳ​ເຫັນ

0