蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ໂລກ​ເຫັນ​ວ່າ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຈະ​ບັນ​ລຸ​ການ​ຟື້ນ​ຟູ​ແບບ​ລຳ​ບາກ

2021-06-14 17:04:37 CRI

ວັນ​ທີ 8 ມິ​ຖຸ​ນາ​ນີ້, ທະ​ນາ​ຄ​ານ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ “ຈ້ອງມອງ​ເສດ​ຖະ​ກິດ​ທົ່ວ​ໂລກ” ສະ​ບັບຫຼ້າ​ສຸດ​ໂດຍ​ລະ​ບຸ​ວ່າ: ຍ້ອນ​ວ່າ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຕ່າງໆ ເຊັ່ນ: ຈີນ, ອາ​ເມ​ຣິ​ກາ ແລະ​ອື່ນໆ​ໄດ້​ຟື້ນ​ຕົວ​ຄືນ​ໃໝ່​ຢ່າງ​ແຂງ​ແຮງ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໃນ​ປີ​ນີ້​ອາດ​ຈະ​ບັນ​ລຸ​ເຖິງ 5,6%, ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ບົດ​ລາຍ​ງານ​ໄດ້​ປັບຫຼຸດ​ຄາດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຂອງຫຼາຍ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໃຫ້​ຕ່ຳ​ລົງ ເຊິ່ງ​ສະ​ແດ​ງ​ໃຫ້​ເຫັນ​ວ່າ: ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​ດັ່ງ​ກ່າວ​ຍັງ​ຈະ​ມີ​ອະ​ນາ​ຄົດ​ທີ່​ບໍ່​ແນ່ນອນຫຼາຍ​ສົມ​ຄວນ.

ບົດ​ລາຍ​ງານ​ຍັງ​ລະ​ບຸ​ວ່າ: ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ຮັດ​ກຸມ​ຂອງ​ອາ​ເມ​ຣິ​ກາ​ອາດ​ຈະ​ເຮັດ​ໃຫ້​ລາ​ຄາ​ເງິນ​ຕາ​ຕ່ຳ​ລົງ, ຕະຫຼາດ​ການ​ທະ​ນາ​ຄານ​ປັ່ນ​ປ່ວນ ແລະ ອື່ນໆ ເຊິ່ງ​ຈະ​ສ້າງ​ຜົນ​ກະ​ທົບ​ອ່າວຫຼາຍ​ຕໍ່​ປະ​ເທດ​ທີ່​ມີ​ລະ​ດັບ​ໜີ້​ສິນ​ອ່າວ​ສູງ ແລະ ​ມີ​ຄວາມ​ຕ້ອງ​ການ​ດ້ານ​ການ​ລະ​ດົມ​ທຶນ​ຈາກ​ພາຍນອກ ເຊັ່ນ: ກຳ​ປູ​ເຈຍ ແລະ ລາວ​ເປັນ​ຕົ້ນ.

ຄຳ​ເຫັນ

0