蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນຫຼວງ​ບາງກອກ​ຈະ​ເປີດ​ສະ​ຖານ​ທີ່ 5 ປະ​ເພດ

2021-06-14 17:04:03 CRI

ຕອນ​ຄ່ຳ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ປະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ເປີດ​ເຜີຍ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ຕົນ​ວ່າ: ນະ​ຄອນຫຼວງ​ບາງກອກ​ຂອງ​ໄທ ທີ່​ປະ​ສົບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ໜ່ວງ​ເປັນ​ຮອບ​ທີ 3 ນັ້ນ​ຈະ​ເປີດ​ສະ​ຖານ​ທີ່ 5 ປະ​ເພດ ເຊັ່ນ: ຫໍ​ພິ​ພິ​ທະ​ພັນ, ສວນ​ສາ​ທາ​ລະ​ນະ/ສວນ​ພືດ​ສາ​ຊາດ, ຮ້ານ​ເສີມ​ຄວາມ​ງາມ, ຮ້ານນວດ ແລະ ຮ້ານ​ສັກ​ລາຍ ແລະ ເສີມ​ຄວາມ​ງາມ​ນິ້ວ​ມື ເຊິ່ງ​ຈະມີ​ຜົນ​ບັງ​ຄັບ​ໃຊ້ ແລະ ​ເລີ່ມ​ປະ​ຕິ​ບັດ​ແຕ່​ວັນ​ທີ 14 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ. ນອກ​ນີ້, ເກາະ​ພູ​ເກັດ ທາງ​ພາກ​ໃຕ້​ຂອງ​ໄທ​ຈະ​ເປີດ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ໜ້າ​ນີ້​ເປັນ​ຕົ້ນ​ໄປ.

ທ່ານ​ປະ​ຍຸດ ຈັນ​ໂອ​ຊາ​ກ່າວ​ວ່າ: ລັດ​ຖະ​ບານ​ໄທ​ໄດ້​ຕີ​ລາ​ຄາ​ຕໍ່​ການ​ປ້ອງກັນແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດແລ້ວ​ໄດ້​ທຳ​ການ​ຕັດ​ສິນ​ດັ່ງ​ກ່າວ.

ນັບ​ແຕ່​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ໄທ​ເປັນ​ຮອບ​ທີ 3 ໃນ​ຕົ້ນ​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ມາ, ພະ​ຍາດ​ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຈົນ​ເຖິງ​ປັດ​ຈຸ​ບັນ, ໂດຍ​ສະ​ເພາະ​ແມ່ນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ນະ​ຄອນຫຼວ​ບາງກອກ ແລະ ເຂດ​ອ້ອມ​ຂ້າງ​ໜັກ​ໜ່ວງ​ເປັນ​ພິ​ເສດ.

ຄຳ​ເຫັນ

0