何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ອີກ 500.000 ໂດດຈາກ ສປ ຈີນ

2021-06-15 14:43:26 CRI

ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ອີກ 500.000 ໂດດຈາກ ສປ ຈີນ_fororder_微信图片_20210615144232

     ຕອນແລງ 14 ມິຖຸນາ 2021, ສປ ຈີນໄດ້ສົ່ງວັກຊີນປ້ອງກັນໂຄວິດ-19 ອີກ 500.000 ໂດດມາຮອດນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງເປັນຄັ້ງທີ 4 ທີ່ ສປ ຈີນ ສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ກັບລັດຖະບານລາວ ເຊິ່ງລວມທັງທັງ 4 ຄັ້ງແລ້ວມີຈໍານວນຢູ່ 1 ລ້ານ 9 ແສນໂດດ.

ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ອີກ 500.000 ໂດດຈາກ ສປ ຈີນ_fororder_微信图片_20210615144245

     ເຈົ້າໜ້າທີ່ສາທາລະນະສຸກທ່ານໜຶ່ງໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19 500.000 ໃນຄັ້ງນີ້ ຈະເລີ່ມສັກໃຫ້ປະຊາຊົນເຂັມທໍາອິດ ຮອບທີ 2 ຢູ່ພາຍໃນນະຄອນຫຼວງວຽງຈັນໃນວັນທີ 15 ມິຖຸນານີ້. ສ່ວນຕ່າງແຂວງແມ່ນອາທິດໜ້າຄາດວ່າຈະໄດ້ຮັບວັກຊີນ ແລະຈະເລີ່ມສັກອີກຄັ້ງໜຶ່ງ.

ສປປ ລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ອີກ 500.000 ໂດດຈາກ ສປ ຈີນ_fororder_微信图片_20210615144226

     ໄລຍະຜ່ານມາ, ນອກຈາກວັກຊິນປ້ອງກັນໂຄວິດ-19 ແລ້ວ ສປ ຈີນ ຍັງໄດ້ສະໜອງເຄື່ອງມື ແລະອຸປະກອນປ້ອງກັນໂຄວິດ-19 ຫຼາກຫຼາຍຢ່າງໃຫ້ກັບລັດຖະບານລາວ ເພື່ອຈະຈັດການກັບໂຄວິດ-19 ແລະສັງຄົມລາວກັບມາດໍາລົງຊີວິດຢູ່ໃນສະພາບປົກກະຕິ.   

     ມາຮອດປັດຈຸບັນ, ອີງຕາມຂໍ້ມູນຂອງກະຊວງສາທາລະນະສຸກລາຍງານໃນວັນທີ 11 ຜ່ານມາບອກວ່າ: ທົ່ວປະເທດລາວມີຜູ້ໄດ້ສັກວັກຊີນເຂັມທໍາອິດເຖິງ 712.279 ຄົນ ແລະເຂັມທີ່ສອງສັກໄດ້ 385.921 ຄົນ ເຊິ່ງ ສປປ ລາວໄດ້ເລີ່ມຈັດຕັ້ງປະຕິບັດສັກວັກຊີນໃຫ້ປະຊາຊົນທົ່ວປະເທດໃນຕົ້ນເດືອນມີນາທີ່ຜ່ານມາ.

ຄຳ​ເຫັນ

0