何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປ ຈີນ ສືບຕໍ່ມອບວັກຊີນງວດທີ 4 ໃຫ້ ສປປ ລາວ

2021-06-16 10:33:44 CRI

ສປ ຈີນ ສືບຕໍ່ມອບວັກຊີນງວດທີ 4 ໃຫ້ ສປປ ລາວ_fororder_微信图片_20210616103415

ວັກຊີນປ້ອງກັນໂຄວິດ-19 ງວດທີ 4 ຈຳນວນ 500.000 ຫຼອດ ພ້ອມເຂັມສັກຢາຈຳນວນໜຶ່ງທີ່ໄດ້ຮັບການຊວ່ຍເຫຼືອຈາກລັດຖະບານແຫ່ງ ສປ ຈີນ ມອບໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການໃນວັນທີ 15 ມິຖຸນາ 2021 ນີ້, ທີ່ກະຊວງສາທາລະນະສຸກ, ຕາງໜ້າ ລັດຖະບານລາວກ່າວຮັບໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດCOVID-19 ແລະຕາງໜ້າລັດຖະບານ ສປ ຈີນ ກ່າວມອບໂດຍທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໂດຍມີການນຳຂັ້ນສູງຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສປ ຈີນ ສືບຕໍ່ມອບວັກຊີນງວດທີ 4 ໃຫ້ ສປປ ລາວ_fororder_微信图片_20210616103420

ໂອກາດນີ້, ທ່ານກິແກ້ວໄຂຄຳພິທູນໄດ້ກ່າວວ່າ: ນັບແຕ່ຕົ້ນເດືອນເມສາ 2021 ເປັນຕົ້ນມາ,ຢູ່ລາວໄດ້ມີການແຜ່ລະບາດຮອບໃໝ່ແລະຂະຫຍາຍອອກສູ່ວົງກວ້າງ ເຊິ່ງມີຄວາມຮ້າຍແຮງຫຼາຍກວ່າເກົ່າ, ແຕ່ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ບວກໃສ່ກັບການຊ່ວຍເຫຼືອອັນທັນການຂອງປະເທດເພື່ອນມິດ ໂດຍສະເພາະແມ່ນ ສປ ຈີນ ເຮັດໃຫ້ລາວສາມາດຄວບຄຸມການແຜ່ລະບາດໄດ້ດີ, ອັນໄດ້ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19ຢູ່ລາວມີທ່າອ່ຽງຄ່ອຍໆຫຼຸດລົງ.ແຕ່ເນື່ອງຈາກຄວາມພ້ອມໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງມີຄວາມຈໍາກັດ, ເປັນຕົ້ນຄວາມຕ້ອງການທາງດ້ານຢາວັກຊີນ ເພື່ອນຳ ມາສັກໃຫ້ໄດ້50%ຂອງຈຳນວນພົນລະເມືອງລາວຕາມແຜນການລັດຖະບານລາວວາງອອກ, ນັ້ນຍັງເປັນສິ່ງທ້າທາຍຢູ່. ດັ່ງນັ້ນ, ຈຶ່ງຫວັງຢ່າງຍິ່ງວ່າ ລັດຖະບານ ແລະປະຊາຊົນຈີນຈະສືບຕໍ່ໄດ້ໃຫ້ການຊ່ວຍເຫຼືອລາວຕະຫຼອດໄປ.ພ້ອມກັນນີ້,ທ່ານຍັງໄດ້ຕີລາຄາສູງແລະສະແດງຄວາມຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍຂອງພັກ,ລັດຖະບານແລະປະຊາຊົນຈີນຕະຫຼອດໄລຍະຜ່ານມາ,ເຊິ່ງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ.

ສປ ຈີນ ສືບຕໍ່ມອບວັກຊີນງວດທີ 4 ໃຫ້ ສປປ ລາວ_fororder_微信图片_20210616103425

ທ່ານ ຈ່ຽງຈ້າຍຕົ່ງ ໄດ້ກ່າວວ່າ: ສປ ຈີນ ຍິນດີສືບຕໍ່ໃຫ້ການຊວ່ຍເຫຼືອ ສປປ ລາວ ໃນການຕ້ານພະຍາດໂຄວິດ-19 ແລະຍິນດີໃຫ້ການຊ່ວຍເຫຼືອວັກຊີນແກ່ ພັກ-ລັດຖະບານ ແລະປະຊາຊົນລາວ ອີກ 500.000ຫຼອດເຊິ່ງເປັນການມອບຄັ້ງທີ 4ລວມມີຈໍານວນທັງໝົດເກືອບ2ລ້ານຫຼອດແລະມາຮອດປັດຈຸບັນກໍເຫັນວ່າມີປະ ຊາຊົນລາວໄດ້ຮັບການສັກຢາວັກຊິນແລ້ວກວມຫຼາຍກວ່າ10%ຂອງປະຊາກອນ, ເຊິ່ງສວ່ນໃຫຍ່ແມ່ນສັກຢາວັກຊີນຂອງຈີນ.ສະນັ້ນ,ພວກເຮົາກໍດີໃຈທີ່ໄດ້ປະກອບສ່ວນໃນການຊ່ວຍ ສປປ ລາວ ຕ້ານການລະບາດຂອງພະຍາດໂຄວິດ-19. ນອກຈາກວັກຊີນປ້ອງກັນໂຄວິດ-19ແລ້ວ, ຜ່ານມາຈີນຍັງໄດ້ສະໜອງເຄື່ອງມື ແລະອຸປະກອນປ້ອງກັນໂຄວິດ-19, ພ້ອມກັບສົ່ງຊ່ຽວຊານແພດ ມາຊ່ວຍ ເຫຼືອສປປລາວ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ຊ່ວຍໃຫ້ສັງຄົມລາວໄດ້ກັບມາດໍາລົງຊີວິດໃນສະພາບປົກກະຕິໂດຍໄວຕື່ມອີກ.

 

ຄຳ​ເຫັນ

0