何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ສິງ​ກະ​ໂປຄົ້ນ​ພົບ​ເຮືອຈົມ​ນ້ຳ2ລຳ​ທີ່​ບັນ​ທຸກ​ເຄື່ອງ​ເຄືອບ​ບູ​ຮານ​ຈີນ​ຢ່າງຫຼວງ​ຫຼາຍ

2021-06-16 16:38:52 CRI

​ສິງ​ກະ​ໂປຄົ້ນ​ພົບ​ເຮືອຈົມ​ນ້ຳ2ລຳ​ທີ່​ບັນ​ທຸກ​ເຄື່ອງ​ເຄືອບ​ບູ​ຮານ​ຈີນ​ຢ່າງຫຼວງ​ຫຼາຍ_fororder_微信图片_20210616160306

ວັນ​ທີ 16 ມິ​ຖຸ​ນາ​ນີ້, ສື່ມວນ​ຊົນ​ສິງ​ກະ​ໂປຫຼາຍ​ແຫ່ງ​ໄດ້ລາຍ​ງານ​ວ່າ, ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ສິງ​ກະ​ໂປ, ໄດ້​ຄົ້ນ​​ພົບ​ເຮືອ​ຈົມ​ນ້ຳ​ໃນ​ສະ​ໄໝ​ບູ​ຮານ 2 ລຳ ຢູ່​​ໃນ​ເຮືອ​ມີ​ເຄື່ອງ​ຫັດ​ຖະ​ກຳ​ຢ່າງຫຼວງຫຼາຍ, ໃນ​ນັ້ນ​ລວມ​ມີ​ເຄື່ອງ​ເຄືອບ​ລາຍດອກ​ອັນ​ປາ​ນີດສວຍ​ງາມ​ທີ່​ຜະ​ລິດ​ຢູ່​ຈີນ​ໃນ​ສະ​ຕະ​ວັດ​ທີ 14 . ຫຼັງ​ການວິ​ນິດ​ໄສ, ນີ້​ອາດ​ຈະ​ແມ່ນ​ເຮືອ​ບັນ​ທຸກ​ເຄື່ອງ​ເຄືອບ​ລາຍດອກຫຼາຍ​ທີ່​ສຸດ​ທີ່ຈົມ​ນ້ຳ​ທີ່​ຖືກ​ຄົ້ນ​ພົບ​ໃນ​ບໍ​ລິ​ເວນ​ທົ່ວ​ໂລກ​ຈົນ​ຮອ​ດ​ປະ​ຈຸ​ບັນ​ນີ້.

​ສິງ​ກະ​ໂປຄົ້ນ​ພົບ​ເຮືອຈົມ​ນ້ຳ2ລຳ​ທີ່​ບັນ​ທຸກ​ເຄື່ອງ​ເຄືອບ​ບູ​ຮານ​ຈີນ​ຢ່າງຫຼວງ​ຫຼາຍ_fororder_微信图片_20210616160243

ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ແຫ່ງ​ຊາດ​ສິງ​ກະ​ໂປ​ກ່າວ​ວ່າ, ຍັງ​ພວມ​ດຳ​ເນີນ​ວຽກ​ງານ​ຂຸດ​ຄົ້ນ​ຢູ່. ຄາດ​ວ່າ​ຈະ​ສຳ​ເລັດ​ການ​ຂຸດ​ຄົ້ນ​ກ່ອນ​ທ້າຍ​ປີ​ນີ້, ແລະ​ຈະ​​ນຳ​ມາວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເບິ່ງ.

​ສິງ​ກະ​ໂປຄົ້ນ​ພົບ​ເຮືອຈົມ​ນ້ຳ2ລຳ​ທີ່​ບັນ​ທຸກ​ເຄື່ອງ​ເຄືອບ​ບູ​ຮານ​ຈີນ​ຢ່າງຫຼວງ​ຫຼາຍ_fororder_微信图片_20210616160237

ຄຳ​ເຫັນ

0