何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຢືນ​ຢັນ​ເປັນ​ຄັ້ງ​ທຳ​ອິດ​ວ່າ​ພົບ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ 3 ຊະ​ນິດ

2021-06-16 10:17:43 CRI

ອີງ​ຕາມ​ຖະ​ແຫຼງ​ການຫຼ້າ​ສຸດຂອງກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ​ກິ​ລາ​ມຽນ​ມາ​ທີ່​ເຜີຍ​ແຜ່​ໃນວັນ​ທີ 15 ມິ​ຖຸ​ນາ​ນີ້, ​ ມຽນ​ມາ​ໄດ້​ຢືນ​ຢັນ​ເປັນ​ຄັ້ງ​ທຳ​ອິດ​ວ່າ​ໄດ້​ພົບ​​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ກາຍ​ພັນ 3 ຊະ​ນິດ​ຈຳ​ນວນ 11 ຄົນ.

 

ໃນ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກິ​ລາ​ມຽນ​ມາ​ໄດ້​ລະ​ບຸ​ວ່າ, ​ນັບ​ແຕ່​ວັນ​ທີ 3 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ມາ, ​ກະ​ຊວງ​ຕົນ​ໄດ້​ພົບ​ເຫັນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ທີ່​ກາຍ​​ພັນຊະ​ນິດ B.1.1.7 ​ຈຳ​ນວນ 2 ຄົນ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ທີ່​ກາຍ​​ພັ​ນ​ຊະ​ນິດ B.1.617.2 ຈຳ​ນວນ 5 ຄົນ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ທີ່​ກາຍ​​ພັ​ນ​ຊະ​ນິດ B.1.617.1 ຈຳ​ນວນ 4 ຄົນ.

 

ວັນ​ທີ 15 ມິ​ຖຸ​ນາ​ນີ້, ມຽນ​ມາ​ໄດ້​ກວດນີວ​ຄິ​ລິກ​ຫາ​ຕົວ​ຢ່າງ​ທັງ​ໝົດ 3.199 ສະ​ບັບ, ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 225 ຄົນ, ລວມ​ທັງ​ໝົດແມ່ນ 146.053 ຄົນ, ປິ່ນ​ປົວ​ໃຫ້​ຫາຍ​ມີ​ທັງ​ໝົດ 133.104 ຄົນ.

ຄຳ​ເຫັນ

0