何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວສືບຕໍ່ປະຕິບັດຄໍາສັ່ງນາຍົກເລກທີ 15/ນຍ ແລະບັນດາມາດຕະການເກົ່າ ເພື່ອແກ້ໄຂໂຄວິດ-19

2021-06-19 16:03:34 CRI


    ເຊົ້າວັນທີ 19 ມິຖຸນາ 2021, ເປັນວັນໝົດກໍານົດການປະຕິບັດມາດຕະການຕອບໂຕ້ໂຄວິດ-19, ສະນັ້ນ, ດັ່ງນັ້ນລັດຖະບານລາວຕາງໜ້າໂດຍທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງການວ່າລັດຖະບານຈໍາເປັນຕ້ອງປະຕິບັດຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມ 15 ວັນ ກໍ່ຄືໃນເວລາ 00:00 ໂມງຂອງວັນທີ 20 ມິຖຸນາ ຫາ 24.00 ຂອງວັນທີ 04 ກໍລະກົດ 2021.


    ການປະຕິບັດມາດຕະການ ແລະຄໍາແນະນໍາຕ່າງຂອງລັດຖະບານນັ້ນ ທີ່ກ່ຽວກັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19 ນັ້ນກໍ່ເພື່ອຈັດການກັບໂຄວິດ-19 ແລະບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ເພື່ອທີ່ຈະມາດຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ.

ຄຳ​ເຫັນ

0