李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍອາດ​ຈະບັນ​ລຸ​ເປົ້າ​ໝາຍການ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ 10 ລ້ານ​ຄົນ​ກ່ອນ​ເວ​ລາ​ກຳ​ນົດ

2021-06-20 15:55:41 cri

ຕາມ​ຂ່າວ​ສານ​ຈີນ: ກຳ​ປູ​ເຈຍ​ສັກ​ວັກ​ຊີນໃຫ້​ປະ​ຊາ​ຊົນ​ໄດ້​ຢ່າງວ່ອງ​ໄວ, ລັດ​ຖະ​ບານ​ກຳ​ປູ​ເຈຍ​ກ່າວ​ວ່າ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຢູ່​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ ມີ​ປະ​ຊາ​ກອນ 16% ຂຶ້ນ​ໄປ​ໄດ້​ສັກ​ວັກ​ຊີ້ນ​ຕ້ານ​ພະ​ຍາດ​ໂຄວິດ-19 ສອງ​ເຂັມ​ແລ້ວ.

ນອກ​ນີ້, ຄະ​ນະ​ກຳ​ມະ​ການ​ສັກ​ວັກ​ຊີນ​ແຫ່ງ​ລັດ​ກຳ​ປູ​ເຈຍ​ແຈ້ງວ່າ, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ກຳ​ປູ​ເຈຍ​ໄດ້​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ 3 ລ້ານ 1 ແສນ 3 ໝື່ນ 8 ພັນ​ຄົນ, ໃນ​ນັ້ນ, ​ມີ 2 ລ້ານ 6 ແສນ 2 ໝື່ນ 3 ພັນ​ຄົນ​ໄດ້​​ສັກ​ວັກ​ຊີນ​ສອງ​ເຂັມໄປ​ແລ້ວ, ເຊິ່ງ​​ກວມ​ປະ​ມານ 16% ຂອງ​ປະ​ຊາ​ກອນ​ທົ່ວ​ປະ​ເທດ​ກຳ​ປູ​ເຈຍ.

ກ່ອນ​ໜ້າ​ນີ້, ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​ປະ​ກາດ​ແຜນ​ການ​ດຳ​ເນີນ​ງານ​ແຫ່ງ​ການ​ສັກ​ວັກ​ຊີນ​ຕ້ານ​ໂຄວິດ-19, ມີ​ແຜນ​ຈະ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ທີ່​ເຕັມ​ອາ​ຍຸ​ກະ​ສຽນ 6 ລ້ານ 2 ແສນ 2 ໝື່​ນ​ຄົນ​ໂດຍ​ແບ່ງ​ເປັນ 3 ໄລ​ຍະພາຍ​ໃນ​ປີ​ນີ້. ​ຮອດ​ໄລ​ຍະ​ກາງ​ຂອງ​ປີ 2022, ຈະ​ມີ​ປະ​ຊາ​ຊົນເຕັມ​ອະ​ຍຸ​ກະ​ສຽນ 10 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ສຳ​ເລັດ​ການ​ສັກ​ວັກ​ຊີນ, ບັນ​ລຸ​ການສ້າງ​ພູມ​ຕ້ານ​ທານ​ລວມ​ໝູ່. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ກ່າວ​ວ່າ, ການ​ສັກ​ວັກ​ຊີນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ກຳ​ປູ​ເຈຍ​ມີ​ຄວາມ​ໝັ້ນ​ໃຈຈະບັນ​ລຸ​ເປົ້າ​ໝາຍການ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ 10 ລ້ານ​ຄົນ​ກ່​ອນ​ເວ​ລາ​ກຳ​ນົດໃນ​ເດືອນ​ພະ​ຈິກ​ປີ​ນີ້.

ຄຳ​ເຫັນ

0