吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ຖືກບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຢູ່​​ມຽນ​ມາໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​

2021-06-22 13:12:26 cri

   ຈຳ​ນວນ​ຜູ້​ຖືກບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຢູ່​​ມຽນ​ມາໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​_fororder_微信图片_20210622131134

    ວັນ​ທີ 21 ມິ​ຖຸ​ນາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ​ກິ​ລາ​ມຽນ​ມາ​ໄດ້​ປະ​ກາດ​ວ່າ​: ເຂ​ດພີວ​ແຂວງ​ບາ​ໂກ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ​ຈຳ​ນວນ​ຫລາຍ, ສະ​ນັ້ນ, ເຂດ​ດັ່ງ​ກ່າວ​ຈະ​ເລີ່ມ​ປະ​ຕິ​ບັດ​ມາ​ດ​ຕະ​ການ​ກັກ​ບໍ​ລິ​ເວນເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ນັບ​ແຕ່​ວັນ​ທີ 21 ມິ​ຖຸ​ນາ​​ນີ້ເປັນ​ຕົ້ນ​ໄປ. ນີ້​ແມ່ນ​ເຂດ​ທີ 9 ​ຢູ່ມຽ​ນມາທີ່​​ຕ້ອງປະ​ຕິ​ບັດມາດ​ຕະ​ການ​ກັກ​ບໍ​ລິ​ເວນ​​ນັບ​ແຕ່​ວັນ​ທີ 28 ພຶດ​ສະ​ພາ​ທີ່​ຜ່ານ​ມາ​, 7 ເຂດ​ທຳ​ອິດ​ທີ່​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ກັກ​ບໍ​ລິ​ເວນໃນ​ຄັ້ງ​ນີ້​ແມ່ນຢູ່​ເຂ​ດ​ຊາຍ​ແດນ​ລະ​ຫວ່າງພາກ​ຕາ​ເວັນ​ຕົກ​ຂອງ​ມຽນ​ມາ ແລະອິນ​ເດຍ, ບັງ​ກາ​ລາ​ເດັດ.  ສຳ​ລັບ​ເຂດ​ພີວ ແລະ​ ​ເຂດ​ພາ​ເດັນ​ທີ່​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ກັກ​ບໍ​ລິ​ເວນ​ໃນ​ມໍ່ໆ​ນີ້​ແມ່ນນອນ​ຢູ່​ພາກ​ກາງ​ຂອງ​ມຽນ​ມາ, ເຊິ່ງ​ໃກ້​ກັບ​ຕົວ​ເມືອງໃຫຍ່​ສຸດ​ຂອງ​ມຽນ​ມາ, ຄື: ນະ​ຄອນ​ຢາງ​ກຸງ.

    ວັນ​ທີ 21 ມິ​ຖຸ​ນາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ແລະ​ກິ​ລາ​ມຽນ​ມາ​ໄດ້ປະ​ກາດ​ວ່າ: ໃນ​ຕົວ​ຢາງ 4964 ​ກໍ​ລະ​ນີ​ທີ່ກວດ​ພົບ​ໃນ​ມື້​ດຽວ​ກັນ, ໄດ້​ພົບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 595 ກໍ​ລະ​ນີ,​ ອັດ​ຕາສ່ວນ​ຕິດ​ເຊື້ອ​ເກືອບ 12% ເຊິ່ງ​ເປັນ​ມື້​ທີ່​ມີ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່​ຫລາຍ​ທີ່​ສຸດ​ໃນ 4 ເດືອນ​ທີ່​ຜ່າ​ນ​ມາ, ພ້ອມ​ກັນ​ນັ້ນ, ຍັງ​ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່ 3 ກໍ​ລະ​ນີ.

ຄຳ​ເຫັນ

0