吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈຳ​ນວນ​ຜູ້​ເປັນ​ພະ​ຍ​າດ​ໂຄວິດ-19 ຢູ່​ອິນ​ໂດ​ເນ​ເຊຍ​ມີ​ຫຼາຍກວ່າ 2 ລ້ານ​ກໍ​ລະ​ນີ

2021-06-22 11:31:41 CRI

​ຈຳ​ນວນ​ຜູ້​ເປັນ​ພະ​ຍ​າດ​ໂຄວິດ-19 ຢູ່​ອິນ​ໂດ​ເນ​ເຊຍ​ມີ​ຫຼາຍກວ່າ 2 ລ້ານ​ກໍ​ລະ​ນີ_fororder_1127584773_16242873852221n

 

ວັນ​ທີ 21 ມິ​ຖຸ​ນາ​ນີ້, ອົງ​ການ​ຕ້ານ​ໄພ​ພິ​ບັດ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ຕົວ​ເລກ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ໂດ​ເນ​ເຊຍ​​ເພີ່ມ​ໃໝ່ມີ 14.536 ກໍ​ລະ​ນີ​. ນັບ​ແຕ່​ເດືອນ​ມີ​ນາ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ​ຈຳ​ນວນ​ຜູ້​ເປັນ​ພະ​ຍ​າດ​ໂຄວິດ-19 ​ຢູ່​ອິນ​ໂດ​ເນ​ເຊຍ ​​ລວມ​ທັງ​ແລ້ວ​ມີ​ຫຼາຍກວ່າ 2 ລ້ານ​ກໍ​ລະ​ນີແລ້ວ.

 

​ຈຳ​ນວນ​ຜູ້​ເປັນ​ພະ​ຍ​າດ​ໂຄວິດ-19 ຢູ່​ອິນ​ໂດ​ເນ​ເຊຍ​ມີ​ຫຼາຍກວ່າ 2 ລ້ານ​ກໍ​ລະ​ນີ_fororder_1127584773_16242873851301n

 

  ຫວ່າງ​ມໍ່ໆ​ມາ​ນີ້, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຢູ່​ອິນ​ໂດ​ເນ​ເຊຍ​​ໃນ​ແຕ່​ລະ​ມື້​ມີ​ຫຼາຍກວ່າ​ 1 ໝື່ນ​ກໍ​ລະ​ນີເປັນ​ຫຼາຍ​ມື້ລຽນ​ຕິດ, ​ສ່ວນ​ໂວ​ຣັດໂຄວິດ-19 ​ກາຍ​ພັນ​ທີ່​ພົບ​ເຫັນຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ, ແຂວງ​​ຈາ​ວາ​ກາງ, ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ພວມ​ແຜ່​ລະ​ບາດໄວ​ຂຶ້ນກວ່າ​ເກົ່າ.

 

​ຈຳ​ນວນ​ຜູ້​ເປັນ​ພະ​ຍ​າດ​ໂຄວິດ-19 ຢູ່​ອິນ​ໂດ​ເນ​ເຊຍ​ມີ​ຫຼາຍກວ່າ 2 ລ້ານ​ກໍ​ລະ​ນີ_fororder_1127584773_16242873851591n

    
   
     ວັນ​ທີ 21 ມິ​ຖຸ​ນາ​ນີ້, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​​ໄດ້ປະ​ກາດ​ວ່າ, ຈະ​ເພີ່ມທະ​ວີ​ມາດ​ຕະ​ການ​​ຈຳ​ກັດ​ກິດ​ຈະ​ກຳ​ຕ່າງໆ​ຕື່ມ​ອີກ. ຢູ່​ເຂດທີ່​ມີ​ສະ​ພາບ​ໂຄວິດ-19 ຮ້າຍ​ແຮງ​ໃນ​ລະ​ດັບ​ສີ​ແດງ, ຈຳ​ນວນ​ກຳ​ມະ​ກອນ​ຂອງວິ​ສາ​ຫະ​ກິດ​​ຢ່າງ​ໜ້ອຍ 75% ຄວນ​ເຮັດວຽກ​ຢູ່​​ເຮືອນ, ໂຮງ​ຮຽນ, ສູນ​ສິ​ລະ​ປະ ແລະ ​ສາ​ສະ​ໜາ​​ສະ​ຖານຕ້ອງ​ປິດ​ໃຫ້​ບໍ​ລິ​ການ, ​ສ່ວນ​ສະ​ຖານ​ທີ່​ສາ​ທະ​ລະ​ນະ​ຕ່າງໆ ເຊັ່ນ:ຊຸ​ເປີ​ມາ​ເກດ, ຮ້ານ​​ສັບ​ພະ​ສິນ​ຄ້າ, ຮ້ານ​ອາ​ຫານ ແລະ ຮ້ານ​ກາ​ເຟເປັນ​ຕົ້ນ, ປະ​ລິ​ມານ​ການ​ຮັບ​ລູກ​ຄ້າ​ບໍ່​ຄວນ​ສູງກວ່າ​ 25% ຂອງ​ຄວາມ​ສາ​ມາດ​ບໍ​ລິ​ການ​ຂອງ​ຕົນ.

ຄຳ​ເຫັນ

0