吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ, ລາວ, ມຽນ​ມາ ແລະ​ໄທ​ໄດ້ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມຕາມ​ລຳແມ່​ນ້ຳ​ຂອງຄັ້ງ​ທີ 106

2021-06-24 16:36:35 cri

    ເນື່ອງ​ໃນ​ໂອ​ກາດ​ວັນ​ຕ້ານ​ຢາ​​ເສບ​ຕິດ​ສາ​ກົນ ທີ 26 ມິ​ຖຸ​ນາ​ຈະໝູນ​ວຽນ​ມາ​ເຖິງ​ນີ້, ຫວ່າງ​ມໍ່ໆ​ນີ້, 4ປະ​ເທ​ດຄື: ຈີນ, ລາວ, ມຽນ​ມາ ແລະ​ໄທ​ໄດ້​ເລີ່ມ​ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມ​ກັນ​ຕາມ​ລຳແມ່​ນ້ຳ​ຂອງ​ຄັ້ງ​ທີ 106.

    ກ່ອນ​ດຳ​ເນີນການ​ເຄື່ອນ​ໄຫວ, 4ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ແລະ​​ກອງ​ປະ​ຊຸມ​ປະ​ສົມ​ຂອງ​ຜູ້ບັນ​ຊາ​ການ​​ໂດຍ​ຜ່ານ​ທາງວິ​ດີ​ໂອ​ກ່ຽວ​ກັບບັງ​ຄັບ​ໃຊ້​ກົດ​ໝາຍ ແລະ​ລາດ​ຕະ​ເວນ​​ຕາມ​ລຳແມ່​ນ້ຳ​ຂອງເພື່ອຮ່ວມ​ມືກັນ​ຕ້ານ​​ຢາ​ເສບ​ຕິດ, ເຊິ່ງ​ໄດ້​ຮ່ວມ​ກັນ​ວິ​ເຄາະ​ສ​ະ​ພາບຄວາມ​ສະ​ຫງົບ ແລະ​ສະ​ພາບ​ອາ​ຊະ​ຍາ​ກຳ​ດ້ານ​ຢາ​ເສບ​ຕິດ​ຢູ່ເຂດ​​ລຸ່ມ​ແມ່​ນ້ຳ​ຂອງ, ​ທົບ​ທວນ​ຄືນ ແລະ​ສະ​ຫລຸບ​ຜົນ​ສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ໃນ​ການ​​​ບຸ​ກ​ບືນ​ຮ້ອຍ​ວັນ​ເພື່ອ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ, ພ້ອມ​ທັງ​ໄດ້​ຕົກ​ລົງ​ວ່າ​ຈະ​ນຳ​ໃຊ້​ຮູບ​ແບບ​ລາດ​ຕະ​ເວນ​​ທີ່ແບ່ງ​ເປັນ​ຕອນ ແລະ​ລາດ​ຕ​ະ​ເວນ​ຕະ​ຫລອດ​ສາຍ​ນ້ຳ​ສົມ​ທົບ​ກັນ, ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ ແລະ​ລາດ​ຕະ​ເວນ​ໃນ​ເຂດ​ສຳ​ຄັນ​ຂອງ​ແມ່​ນ້ຳ​ຂອງ.

     4ປະ​ເທດ​​ດັ່ງ​ກ່າວຈະ​ອີງ​ຕາມ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຂອງ​ບັນ​ດາ​ປະ​ເທດ, ຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາດ້ານການ​ຕ້ານ​ຢາ​ເສບ​ຕິດ​ທີ່​ມີ​ຫົວ​ຂໍ້​ວ່າ “​ຮ່ວມ​ຈິດ​ຮ່ວມ​ໃຈກັນ  ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ”, ເພື່ອ​ສ້າງ​ບັນ​ຍາດ​ກາດ​​​ທີ່ຟົດ​ຟື້ນທີ່​ຮ່ວມ​ຊາ​ຕາກຳ ແລະ​ການ​ເຂົ້າ​ຮ່ວມ​ຂອງ​ມວນ​ຊົນ​ທັງ​​ປວງ​ເພື່ອ​ຮ່ວມ​ກັນ​ຕ້ານ​ຢາ​ເສບ​ຕິດ, ​ເພື່ອປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ເຂດ​​ລຸ່​ມແມ່​ນ້ຳ​ຂອງ.

ຈີນ, ລາວ, ມຽນ​ມາ ແລະ​ໄທ​ໄດ້ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມຕາມ​ລຳແມ່​ນ້ຳ​ຂອງຄັ້ງ​ທີ 106_fororder_巡逻3

ຈີນ, ລາວ, ມຽນ​ມາ ແລະ​ໄທ​ໄດ້ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມຕາມ​ລຳແມ່​ນ້ຳ​ຂອງຄັ້ງ​ທີ 106_fororder_巡逻1

ຈີນ, ລາວ, ມຽນ​ມາ ແລະ​ໄທ​ໄດ້ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ແລະລາດ​ຕະ​ເວນ​ຮ່ວມຕາມ​ລຳແມ່​ນ້ຳ​ຂອງຄັ້ງ​ທີ 106_fororder_巡逻2

 

ຄຳ​ເຫັນ

0