吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ໝໍ​ຊົ່ວ​ຄາວ​ຂອງແຂວງ​ປາ​ທຸມ​ທາ​ນີ​ປະ​ເທດ​ໄທ​ເກີດ​ເຫດ​ການ​ຍິງກັນ

2021-06-24 16:30:27 cri

 ໂຮງ​ໝໍ​ຊົ່ວ​ຄາວ​ຂອງແຂວງ​ປາ​ທຸມ​ທາ​ນີ​ປະ​ເທດ​ໄທ​ເກີດ​ເຫດ​ການ​ຍິງກັນ_fororder_泰国

   ຕອນ​​​ເຊົ້າວັນ​ທີ 24 ມິ​ຖຸ​ນາ​ນີ້, ​ຢູ່ສູນ​ຄົ້ນ​ຄວ້າ​ການ​ປິ່ນ​ປົວ​ດ້ານ​ການ​ໃຊ້​ຢາ​ຕາມ​ລຳ​ພັງ​ແຂວງ​ປາ​ທຸມ​ທາ​ນີ​ປະ​ເທດ​ໄທ​ໄດ້​ເກີດ​ເຫດ​ການ​ຍິງ​​ກັນ, ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ທີ່​ກຳ​ລັງ​ເຂົ້າປິ່ນ​ປົວ​ຜູ້​ໜຶ່ງ​ຖືກ​ຍິງ​ເສຍ​ຊີ​ວິດ.

   ສູນ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ແມ່ນ​ໂຮງ​ໝໍ​ຊົ່ວ​ຄາວທີ່​ປິ່ນ​ປົວ​ຜູ້​ເປັນ​ພ​ະ​ຍາດ​ໂຄວິດ-19ຂອງ​ແຂວງ. ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ທ້ອງ​ຖິ່ນ, ​ເວ​ລາ 3 ໂມງ 30 ນາ​ທີ, ມື​ປືນ​​ໄດ້​ຍິງ​ປະ​ຕູ​ແກ້ວ​ຂອງ​ໂຮງໝໍ​ຊົ່ວ​ຄາວ​ທີ່​ລ໋ອກ​ໄວ້​ນັ້ນ​ຈົນ​ໃຫ້​ແຕກ, ແລ້ວ​ບຸກ​ເຂົ້າ​ເຂດ​​ຫວງ​ຫ້າມ, ທັງ​ຢືນ​ຢູ່​ໜ້າ​ປະ​ຕູ​ຫ້ອງ​ນ້ຳ​ແລ້ວ​ໃຊ້​ປືນຍິງ​ຜູ້​ເປັນ​ພາ​ຍາດ​ໂຄວິດ-19ຜູ້​ໜຶ່ງ​ທີ່​ມີ​ອາ​ຍຸ​ປະ​ມານ 50 ປີ​​ຈົ​ນ​ເສຍ​ຊີ​ວິດ.

   ປັດ​ຈຸ​ບັນ, ຕຳ​ຫລວດ​ທ້ອງ​ຖິ່ນ​ຂອງ​ໄທ​ກຳ​ລັງ​ໄລ່​ຈັບ​ຜູ້​ກໍ່​ເຫດ​ການ, ສຳ​ລັບ​​ສາ​ເຫດ​ທີ່​ກໍ່​ເຫດ​ຄັ້ງ​ນີ້​ຍັງ​ບໍ່​ທັນ​ຮູ້​ເທື່ອ.

ຄຳ​ເຫັນ

0