吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ມຽນ​ມາ​ຢ່າງວ່ອງ​ໄວ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຮຽກ​ຮ້ອງ​ໃຫ້​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ນຳ​ເຂົ້າ​ ແລະ ການ​ສັກ​ວັກ​ຊິນ

2021-06-24 17:46:40 CRI

    ຍ້ອນ​ວ່າ​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ມຽນ​ມາ​ຢ່າງວ່ອງ​ໄວ, ວັນ​ທີ 23 ມິ​ຖຸ​ນາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກິ​ລາ​ມຽນ​ມາ​ໄດ້​ອອກແຈ້ງ​ການ​ໂດຍຮຽກ​ຮ້ອງ​ໃຫ້​ວິ​ສາ​ຫະ​ກິດ​ຜະ​ລິດ​ຢາ​ເອ​ກະ​ຊົນ​ນຳ​ເຂົ້າ​ວັກ​ຊິນ​ໂຄວິດ-19 ຄຸນ​ນະ​ພາບ​ສູງ​ຂອງ​ສາ​ກົນ ຫຼື ອາ​ຊີ, ແລະ​ເຂົ້າ​ຮ່ວມ​ການ​ຈຳ​ໜ່າຍ ແລະ ການ​ສັກ​ວັກ​ຊິນ, ອົງ​ການ​ຄຸ້ມ​ຄອງ​ອາ​ຫານ ແລະ ​ຢາ​ຈະ​ເລັ່ງ​ລັດຂັ້ນ​ຕອນ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ ແລະ ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ນະ​ໂຍ​ບາຍ.


    ປັດ​ຈຸ​ບັນ, ​ຢູ່​ມຽນ​ມາ ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຮ້າຍ​ແຮງ​ທີ່​ສຸດ​ຢູ່ແຂວງ​ຊາ​​ກະ​ອິງ, ລັດ​ຊິນ ແລະ ແຂວງ​ຢາງ​ກຸ້ງ, ໃນ​ນັ້ນ ແຂວງ​ຢາງ​ກຸ້ງ​ມີ​ປະ​ຊາ​ກອນ​ຫຼາຍ, ຖ້າ​ພະ​ຍາດ​ແຜ່​ລະ​ບາດ​ຢ່າງກວ້າງ​ຂວາງ​ກໍ່​ຈະ​ປ້ອງ​ກັນ​ຄວບ​ຄຸມ​ຍາກ​ກວ່າ​ເກົ່າ, ສະ​ນັ້ນ ມຽນ​ມາ​ໄດ້ວາງ​ແຜນ​ຈະ​ສ້າງ​ສູນ​ກັກ​ບໍ​ລິ​ເວນ  22 ເຂດ​ຢູ່​ແຂວງ​ຢາງ​ກຸ້ງ ເພື່ອ​ກັກ​ບໍ​ລິ​ເວນ​ ແລະ ສັງ​ເກດ​​ຜູ້​ຖືກ​ສົງ​ໄສ​ຕິດ​ເຊື້ອ​ໄວ​ຣັດ ແລະ ຜູ້​ທີ່​ມີ​ອາ​ການ​ເບົາ, ​ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ອີກ.

ຄຳ​ເຫັນ

0