郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ນັກ​ງານ2ຄົນ​ຂອງ​ອົງ​ການ​ປົກ​ຄອງ​ລັດ​ຄາ​ຊິນ​ແລະ​​ນະ​ຄອນ​ມັນ​ເດ​ເລ ປະ​ເທດ​ມຽນ​ມາ ຖືກ​ຫຼອນ​ໂຈມ​ຕີ

2021-06-24 15:16:57 cri

图片默认标题_fororder_1400457659

   ວັນ​ທີ23ມິ​ຖຸ​ນານີ້​,ຢູ່​ເມືອງ​ມຽວ ວັດ​ດີ​ ລັດ​ຄາ​ຊິນ ​ປະ​ເທດ​ມຽນ​ມາ ມີ​ພະ​ນັກ​ງານ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ອົງ​ການ​ປົກ​ຄອງຖືກ​ຍິງ​ຈົນ​ເສຍ​ຊີ​ວິດ​ຢູ່ໃນ​ເຮືອນ​ຕົນ,ຕາມ​ຜູ້​ເຫັນ​ເຫດ​ການ​ບອກ​ໃຫ້​ຮູ້​ວ່າ,ເວ​ລາ​ເກີດ​ເຫດ ຜູ້​ກ່ຽວກຳ​ລັງ​ນັ່ງ​ຢູ່​ຕັ່ງ​ອີີ້​ທີ່​ໜ້າ​ເຮືອນ​ຂອງ​ຕົນ,​ມື​ປືນ​ນິ​ລະ​ນາມໄດ້​ຂີ່​ລົດ​ແລ່ນ​ມາ​ໃກ້ ແລ້ວໃຊ້​ປືນ​ຍິງໃສ່​ຜູ້​ກ່ຽວ2ນັດ​ລຽນ​ຕິດ,ແລ້ວ​ກໍ​ໜີ​ໄປຢ່າງ​ໄວ​ວາ.

   ມື້​ດຽວ​ກັນ,ຢູ່ນະ​ຄອນ​ມັນ​ເດ​ເລ ​ ​ມີ​ຄົນ​ຮ້າຍໄດ້​​ໂຍນ​ລູກ​ລະ​ເບີດ​ມື​ສອງ​ໜ່ວຍ​ເຂົ້າໃນ​ເຮືອນຂອງພະ​ນັກ​ງານ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ອົງ​ການ​ປົກ​ຄອງ,ການ​ລະ​ເບີດ​ເຮັດ​ໃຫ້​ເຂດ​ບໍ​ລິ​ເວນ​ເກີດ​ແຮງ​ສັ່ນ​ສະ​ເທືອນ,ປະ​ຊາ​ຊົນ​ຢູ່​​ເຂດອ້ອມຂ້າງ​ຕື່ນ​ຕົກ​ໃຈ​ຫຼາຍ,ແຕ່​ໂຊກ​ດີ​ຫຼາ​ຍ​ທີ່​ບໍ່​ມີ​​ຜູ້​ໃດ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

   ຫວ່າງ​ມໍ່ໆ​ມານີ້,ຢູ່​ແຫ່ງ​ຕ່າງໆ​ຂອງ​ມຽນ​ມາ​ໄດ້​ເກີດ​ເຫດ​ການ​ພະ​ນັກ​ງານ​ອົງ​ການ​ປົກ​ຄອງ​ຖືກ​ຫຼອນ​ໂຈມ​ຕີເລື້ອຍໆ,ໃນ​ນັ້ນ ມີ​ຫຼາຍ​ຄົນ​ຖືກ​ຍິງ​ເສຍ​ຊີ​ວິດ,​ແລະກໍ​ມີ​ບາ​ງ​ຄົນ ​ໂຍນ​ລູກ​ລະ​ເບີດໃສ່​ເຮືອນ. ໃນ​ເກືອບ​ສອງ​ເດືອນ​ຜ່ານ​ມານີ້,ການ​ຫຼອນ​ໂຈມ​ຕີ​ປະ​ເພດ​ຕ່າງໆ​ທີ່​ແນ​ໃ​ສ່ພ​ະ​ນັກ​​ງານອົງ​ການ​ປົກ​ຄອງ​ໄດ້​ເກີດ​ຂຶ້ນ​ຫຼາຍກວ່າ20ເທື່ອ​. ນອກນີ້,ກໍ​ມີ​ບຸກ​ຄົນ​ຂອງ​ພັກ​ການ​ເມືອງສ່ວນ​ໜຶ່ງ ພ້ອມ​ດ້ວຍ​ຕຳ​ຫຼວດ​​ແລະ​ທະ​ຫານ​ຈຳ​ນວນ​ໜຶ່ງ​ໄດ້​ຖືກຫຼອນ​ໂຈ​ມ​ຕີ​​ດ້ວຍ​ອາ​ວຸດ​ປືນ ​ຫຼື ​ລູກ​ລະ​ເບີດ.

ຄຳ​ເຫັນ

0