郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ມຽນ​ມາ​ອັດ​ສີດ​ເງິນ6ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອໃຫ້​ອັດ​ຕາ​ແລ​ກ​ປ່ຽນ​ເງິນ​ຕາ​ໝັ້ນ​ທ່ຽງ

2021-06-25 18:04:50 cri

ທະ​ນາ​ຄານ​ກາງ​ມຽນ​ມາ​ອັດ​ສີດ​ເງິນ6ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອໃຫ້​ອັດ​ຕາ​ແລ​ກ​ປ່ຽນ​ເງິນ​ຕາ​ໝັ້ນ​ທ່ຽງ_fororder_966897571

   ວັນ​ທີ24ມິ​ຖຸ​ນານີ້, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ອັດ​ສີດ​ເງິນ6ລ້ານ​ໂດ​ລາ​ສະ​ຫະ​ລັດ ​ເພື່ອໃຫ້​ອັດ​ຕາ​ແລ​ກ​ປ່ຽນ​ເງິນ​ຕາມີ​ຄວາມ​ໝັ້ນ​ທ່ຽງ ​​ເຊິ່ງ​ປັດ​ຈຸ​ບັນ ອັດ​ຕາ​ແລກ​ປ່ຽນ​ແມ່ນ1ໂດ​ລາ​ເທົ່າ​ກັບ1590ຈາດ ​.

   ວັນ​ທີ9ມິ​ຖຸ​ນານີ້,ອັດ​ຕາ​ແລກ​ປ່ຽນ​ໄດ້​ຕົກ​ຕ່ຳ​ລົງ ຄື:​ 1ໂດ​ລາຕໍ່1.660ຈາດ,ຈາກນັ້ນ​ອັດ​ຕາ​ແລກ​ປ່ຽນ​ໃນ​ຕະ​ຫຼາດກໍ​ຕົກ​ຕ່ຳ​ລົງ ຄື1ໂດ​ລາ​ແລກ​ໄດ້1.700ຈາ​ດ ​ເຊິ່ງ​ເປັນ​ສະ​ຖິ​ຕິ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ. ເພື່ອ​ໃຫ້​ອັດ​ຕາ​ແລ​ກ​ປ່ຽນ​​ມີ​ຄວາມ​ໝັ້ນ​ທ່ຽງ,ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ອັດ​ສີດ​ເງິນ24ລ້​ານ​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃສ່​ຕະ​ຫຼາດ​​ແລ້ວ​ປ່ຽນ​ເງິນ​ທັງ​ໝົດ6ເທື່ອ,ຈຶ່ງ​ເຮັດ​ໃຫ້​ອັດ​ຕາ​ແລ​ກ​ປ່ຽນ​ເງິນ​ຕາ​​ຢູ່​ໃນ​ລະ​ດັບ1.600ຈາດ​ຕໍ່1ໂດ​ລາ. ບວກ​ກັບ​ວ່າ​ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​​ອັດ​ສີດ​ເງິນ6,8ລ້ານ​ໂດ​ລາໃສ່​ຕະ​ຫຼາດແລກ​ປ່ຽນ​ເງິນ​​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ອີກ,ມາ​ຮອດ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ​ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ອັດ​ສີດເງິນໃສ່​ຕະ​ຫຼາດ​ແລ້ວ​ມີ​ຫຼາຍກວ່າ 30 ລ້ານ​ໂດ​ລາ​ສະ​ຫະ​ລັດ ຫຼັງ​ຈາກ​ຝ່າຍ​ທະ​ຫານຍຶດ​ອຳ​ນາດ.

ຄຳ​ເຫັນ

0