吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ຮຽນ 90 ແຫ່ງຢູ່​ແຂວງ​ນະ​ຄອນ​ລາ​ຊະ​ສີ​ມາ​ຂອງ​ໄທ​ໄດ້ຢຸດ​ການ​ຮຽນ​ການ​ສອນ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19

2021-06-25 17:25:34 CRI

     ວັນ​ທີ 24 ມິ​ຖຸ​ນາ​ນີ້, ພາກ​ສ່ວນ​ສຶກ​ສາ​ທິ​ການ​​ຂອງແຂວ​ງ​ນະ​ຄອນ​ລາ​ຊະ​ສີ​ມາ​​ປະ​ເທດ​ໄທ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ໃນ​ຈຳ​ນວນ​ໂຮງ​ຮຽນ 1.713 ແຫ່ງ​ທົ່ວ​ແຂວງ, ​ມີໂຮງ​ຮຽນ 90 ແຫ່ງ​ໄດ້​ມີ​ຄູ​ສອນ, ນັກ​ຮຽນ ແລະ ​ຜູ້​ປົກ​ຄອງນັກ​ຮຽນ​ຖືກ​ບົ່ງ​ມະ​ຕິ ​ເປັນໂຄວິດ-19. ນັກ​ຮຽນ​ບາງ​ຄົນ​ເມື່ອ​ໄດ້​ຕິດ​ເຊື້ອ​​ແລ້ວ​ແຕ່​ຍັງ​ບໍ່​ຮູ້, ຍັງ​ຂີ່​ລົດ​​ໄປ​ໂຮງ​ຮຽນ ແລະ ກັບ​ບ້ານ​ຕາມ​ປົກ​ກະ​ຕິ.

 

ໂຮງ​ຮຽນ 90 ແຫ່ງຢູ່​ແຂວງ​ນະ​ຄອນ​ລາ​ຊະ​ສີ​ມາ​ຂອງ​ໄທ​ໄດ້ຢຸດ​ການ​ຮຽນ​ການ​ສອນ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19_fororder_1624534029750_184_800x450


    ຍ້ອນ​ສະ​ພາບ​​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນປັດ​ຈຸ​ບັນ, ພາກ​ສ່ວນ​ສຶກ​ສາ​ທິ​ການ​ໄດ້​ແຈ້ງ​ໃຫ້​ໂຮງ​ຮຽນ​ທີ່​ເກີດ​ສະ​ພາບ​ໂຄວິດ-19 ຢຸດ​​ການ​ຮຽນ​ການສອນ​ແລ້ວ, ​ການ​ຢຸດ​ຕິ​ການ​ຮຽນ​ການ​ສອນ​ໄດ້​ກະ​ທົບ​ຕໍ່ນັກ​ຮຽນ​ຫຼາຍກວ່າ​ 4 ພັນ​ຄົນ, ​ສະ​ນັ້ນ​ຈິ່ງ​ໄດ້​ປ່ຽນ​ໄປ​ຮຽນ​ທາງ​ອອນ​ໄລ.


     ອີງ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ, ໂຮງ​ຮຽນ​ແຫ່ງ​ຕ່າງ​ໆ​ຂອງ​ໄທ​ໄດ້​ເປີດ​ຮຽນ​ຄືນ​ໃໝ່​ໃນ​ວັນ​ທີ 14 ມິ​ຖຸ​ນາ​ນີ້. ຫຼັງ​ຈາກ​​ເປີດ​ຮຽນ​ແລ້ວ, ​ຢູ່​ໂຮງ​ຮຽນ​ຫຼາຍ​ແຫ່ງ​ໄດ້​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19 ເກີດ​ຂຶ້ນຕາມ​ລຳ​ດັບ​ ຈຳ​ເປັນ​ຕ້ອງ​ໄດ້​ຢຸດ​ການ​ຮຽນ​ການ​ສອນ​ແລ້ວ ປ່ຽນ​ເນ​ການ​ຮຽນ​ການ​ສອນ​ທາງ​ອອນ​ລາຍ.

ຄຳ​ເຫັນ

0